ອິນ​ເດຍ, ຈີນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ລາດ​ຕະ​ເວນ​ຢູ່​ລຽບ​ຕາມ​ເສັ້ນ​ທາງ LAC

(VOVWORLD) -  ອິນເດຍ ແລະຈີນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບກົນໄກລາດຕະເວນຢູ່ລຽບຕາມເສັ້ນທາງກວດກາຕົວຈິງ (LAC) ລະຫວ່າງສອງປະເທດ ຢູ່ ທາງທິດຕາເວັນອອກ Ladakh. 
ອິນ​ເດຍ, ຈີນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ລາດ​ຕະ​ເວນ​ຢູ່​ລຽບ​ຕາມ​ເສັ້ນ​ທາງ LAC - ảnh 1ພົນທະຫານຂອງ ອິນເດຍ ລາດຕະເວນ ຢູ່ Gagangir,  ເຂດຊາຍແດນລະຫວ່າງ ອິນເດຍ ແລະ ຈີນ (ພາບ:  AFP/TTXVN)

ກ່າວຄຳເຫັນທີ່ການຖະແຫລງຂ່າວເພື່ອລາຍງານກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຢູ່ ກາຢານ ສະຫະພັນລັດເຊຍ, ຕອນບ່າຍວັນທີ 21 ຕຸລາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ອິນເດຍ Vikram Misri ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ ແມ່ນບາດກ້າວທຳອິດເພື່ອມຸ່ງໄປເຖິງການຖອນກຳລັງທະຫານຂອງສອງປະເທດອອກຈາກບ່ອນຂັດແຍ້ງກັນຢູ່ລຽບຕາມເສັ້ນທາງ LAC.

ຕໍ່ຈາກນັ້ນ ອິນເດຍ ແລະຈີນ ຈະແກ້ໄຂບັນດາບັນຫາທີ່ເກີດຂຶ້ນ ນັບແຕ່ພາຍຫລັງເກີດການປະທະກັນລະຫວ່າງພົນທະຫານສອງຝ່າຍຢູ່ ເຂດ ຕາເວັນອອກ Ladakh ເມື່ອເດືອນ ມິຖຸນາປີ 2020. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວສຳຄັນໃນການຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດ ຊາຍແດນ ແລະ ເປີດກາລະໂອກາດໃຫ້ແກ່ການພົບປະສອງຝ່າຍລະຫວ່າງການນຳຂັ້ນສູງ ອິນເດຍ ແລະຈີນ ຢູ່ ກອງປະຊຸມສຸດຍອດ BRICS ໃນຊຸມມື້ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ