ທ່ານ​ເລືອງ​ເກືອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ ​ສູນ​ກາງ​ພັກ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ອາ​ຍຸ​ການ 2021 – 2026

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV, ຕອນບ່າຍວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຊຸດທີ XV, ສະພາແຫ່ງຊາດໄດ້ເລືອກຕັ້ງປະທານປະເທດ ສສ.ຫວຽດນາມ ອາຍຸການ 2021 – 2026.
 ທ່ານ​ເລືອງ​ເກືອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ ​ສູນ​ກາງ​ພັກ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ອາ​ຍຸ​ການ 2021 – 2026 - ảnh 1ທ່ານປະທານປະເທດ ເລືອງເກືອງ ກ່າວຄຳເຫັນພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ (ພາບ: quochoi.vn)

ທ່ານນາງຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ  ໄດ້ສະເໜີຮ່າງມະຕິເລືອກຕັ້ງປະທານປະເທດ ສສ.ຫວຽດນາມ ອາຍຸການ 2021 – 2026 ສຳລັບທ່ານ ເລືອງເກືອງ. ມະຕິນີ້ໂດຍສະພາແຫ່ງຊາດຮັບຮອງເອົາດ້ວຍ ບັນສະໜັບສະໜູນ 440/440 ສະມາຊິກສະພາແຫ່ງຊາດ. ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານປະທານປະເທດ ເລືອງເກືອງ ປະຕິຍານຕົວວ່າ:

ພາຍໃຕ້ທຸງແດງດາວຄຳທີ່ສັກກະລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ຂ້າພະເຈົ້າຊື່ວ່າ ເລືອງເກືອງ , ປະທານປະເທດ ສສ.ຫວຽດນາມ ຂໍປະຕິບານຕົວວ່າ: ເດັດດ່ຽວຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດທະທຳມະນູນຂອງ ປະເທດ ສສ.ຫວຽດນາມ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ໂດຍພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

ທ່ານພົນເອກ ເລືອງເກືອງ ເກີດວັນທີ 15 ສິງຫາ ປີ 1957. ບ້ານເກີດ: ຢູ່ເມືອງ ຢຶວເລົາ, ນະຄອນ ຫວຽດຈີ, ແຂວງຝຸເທາະ. ວິຊາການ: ປະລິນຍາຕີ ຂະແໜງການກໍ່ສ້າງພັກ ແລະ ອຳນາດການປົກຄອງແຫ່ງລັດ. ທິດສະດີການເມືອງ: ຂັ້ນສູງ. ວັນເຂົ້າເປັນສະມາຊິກ: ເດືອນກໍລະກົດ ປີ 1978. ທ່ານແມ່ນກຳມະການສູນກາງພັກຊຸດທີ XI, XII, XIII; ເລຂາສູນກາງພັກຊຸດທີ XII, ກຳມະການກົມການເມືອງຊຸດທີ XIII, ຜູ້ປະຈຳການຄະນະເລຂາສູນກາງພັກ ຊຸດທີ XIII

ຕອບກັບ

ຂ່າວ/ບົດ​ອື່ນ