ອິນເດຍ ແລະ ລັດເຊຍ ເພີ່ມທະວີການຮ່ວມມືຍຸດທະສາດ
(VOVWORLD) - ອິນເດຍ ແລະ ລັດເຊຍ ໄດ້ຢືນຢັນຄືນເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງ.
ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ
(ພາບ: REUTERS/Adnan Abidi)
|
ວັນທີ 05 ທັນວາ, ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ລົງນາມໃນຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມສຸດຍອດ ອິນເດຍ - ລັດເຊຍ ຄັ້ງທີ 23 ທີ່ຈັດຂຶ້ນຢູ່ນະຄອນຫຼວງ ນິວເດລີ, ອິນເດຍ. ຖະແຫຼງການຮ່ວມໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືຍຸດທະສາດໃນຫຼາຍຂົງເຂດຫຼັກແຫຼ່ງ.
ກ່ຽວກັບດ້ານເສດຖະກິດ - ການຄ້າ, ອິນເດຍ ແລະ ລັດເຊຍ ໄດ້ຢືນຢັນຄືນເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງ. ໃນຂົງເຂດປ້ອງກັນຊາດ, 2 ຝ່າຍໄດ້ເນັ້ນໜັກເຖິງການກຳນົດທິດຫັນໄປສູ່ເລື່ອງພ້ອມກັນຄົ້ນຄວ້າ, ພັດທະນາ ແລະ ຜະລິດບັນດາລະບົບປ້ອງກັນຊາດຢູ່ ອິນເດຍ ສອດຄ່ອງກັບຂໍ້ລິເລິ່ມ “ຜະລິດຢູ່ ອິນເດຍ”, ມຸ່ງໄປເຖິງການສົ່ງອອກໄປສູ່ປະເທດທີ 3.