ອິນເດຍ ແລະ ອາເມລິກາ ດຳເນີນການເຈລະຈາຍຸດທະສາດຄັ້ງທີ 4

ອິນເດຍ ແລະ ອາເມລິກາ ດຳເນີນການເຈລະຈາຍຸດທະສາດຄັ້ງທີ 4 - ảnh 1
ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອາເມລິກາ John Kerry ແລະ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid
(ພາບ: images.jagran.com)

(vovworld) – ວັນ​ທີ 24/6, ຮອບ​ເຈລະຈາ​ຍຸດ​ທະ​ສາດ ອິນ​ເດຍ - ອາ​ເມ​ລິ​ກາ ຄັ້ງ​ທີ 4 ​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງ ນິວ - ​ເດ​ລີ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ ທ່ານ Salman Khurshid ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ ທ່ານ John Kerry. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid​ ​ໃຫ້ຮູ້​ວ່າ: 2 ຝ່າຍ​ໄດ້​ປຶກສາ​ຫາລື​ໂດຍ​ລະອຽດ​ບັນດາ “​ເສົາ​ຄ້ຳ​ຍຸດ​ທະ​ສາດ​ຕົ້ນ​ຕໍ່” ກ່ຽວ​ກັບສາຍພົວພັນ ​​ເຊິ່ງລວມມີ: ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຢີ, ບັນດາ​ບັນຫາ​ການ​ເມືອງ ​ແລະ ຍຸດ​ທະ​ສາດ​ພາກ​ພື້ນ, ພ້ອມ​ກັບ​ບັນດາ​ບັນຫາ​ທົ່ວ​ໂລກ​​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ ​ແລະ ສັດ​ຊື່​ສຸດຈະລິດ. ​ເມື່ອ​ສິ້ນ​ສຸດ​ຮອບ​ເຈລະຈາ​ຍຸດ​ທະ​ສາດ​ຄັ້ງ​ທີ 4 ນີ້, 2 ຝ່າຍ​ມີ​ຄວາມ​ພາກ​ພຸມ​ໃຈ​​ເມື່ອ​ເຫັນ​ວ່າ: ​ໃນ 2, 3 ປີ ນັບ​ແຕ່​ເມື່ອ​ຍົກ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ການ​ເຈລະຈາ​ໄດ້​ເປີດ​ກ້ວາງ​​ການ​ແລກປ່ຽນ​ຢ່າງຮອບດ້ານ. ຄາດ​ວ່າ​ການ​ຢ້ຽມຢາມທີ່​ສຳຄັນ​ຈຳນວນ​ໜຶ່ງ ​ແລະ ການ​ເຈລະຈາ​​ຈະ​ດຳ​ເນີນ​ໃນ 2, 3 ​ເດືອນ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ເວທີ​ປາ​ໄສ​ເຈລະຈາ​ພະລັງງານ​ຂັ້ນ​ລັດຖະມົນຕີ, ​ເວທີ​ປາ​ໄສ​​ບັນດາ​ຜູ້ອຳນວຍການຝ່າຍ​ບໍລິຫານ. ວັນ​ທີ 25/6, 2 ຝ່າຍ​ຈະ​ພ້ອມ​ກັນ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ສຶກສາ​ປະລິຍາ​ໂທ.

ຂ່າວ/ບົດ​ອື່ນ