ທ່ານ Jaideep Mazumdar ອູປະທູດຊົ່ວຄາວສະຖານທູດ
ອິນເດຍ ປະຈຳ Nepal
ພາບ:vietnamplus.vn |
(vovworld) - ວັນທີ 22/8, ຄະນະເລຂາສະຫະສະມາຄົມການຮ່ວມມືພາກພື້ນ ອາຊີໃຕ້ (SAARC) ມີສຳນັກງານຕັ້ງຢູ່ນະຄອນຫລວງ Kathamandu ຂອງ Nepal ໃຫ້ຮູ້ວ່າ: ອິນເດຍ ໄດ້ກາຍເປັນປະເທດທຳອິດ ໃຫ້ສັດຕະຍາບັນສົນທິສັນຍາ SAARC ກ່ຽວກັບການຮັບມືກັບໄພທຳມະຊາດຢ່າງວ່ອງໄວ. ທ່ານ Jaideep Mazumdar ອູປະທູດຊົ່ວຄາວສະຖານທູດ ອິນເດຍ ປະຈຳ Nepal ໄດ້ສົ່ງເອກະສານສະບັບຕົ້ນໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວເຖິງທ່ານເລຂາທິການໃຫຍ່ SAARC Ahmed Saleem . ໃນແຈ້ງການສະບັບຫນຶ່ງອອກໃນວັນດຽວກັນ, ທ່ານ Ahmed Saleem ຊົມເຊີຍເລື່ອງລັດຖະບານ ອິນເດຍ ໄດ້ກາຍເປັນປະເທດທຳອິດໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວກ່ຽວກັບການຮັບມືກັບໄພທຳມະຊາດຢ່າງວ່ອງໄວ ແລະ ສະແດງຄວາມປາດຖະຫນາວ່າ: ບັນດາປະເທດອື່ນຈະໃຫ້ສັດຕະຍາບັນສົນທິສັນຍານີ້ໂດຍໄວ.