ອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເຖິງແກ່ມໍລະນະກຳ

(VOVWORLD) - ຕາມຂໍ້ມູນຂ່າວຈາກຄະນະຮັກສາ, ເບິ່ງແຍງດູແລສຸຂະພາບພະນັກງານຂັ້ນສູນກາງ, ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ, ເກີດປີ 1931, ອະດີດເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ພາຍຫລັງເຈັບເປັນມາໄດ້ໄລຍະໜຶ່ງ, 
ອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເຖິງແກ່ມໍລະນະກຳ - ảnh 1ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ 

ເຖິງວ່າ ພັກ, ລັດ, ຄະນະແພດໝໍ, ສາດສະດາຈານ, ຄອບຄົວໄດ້ເອົາໃຈໃສ່ປິ່ນປົວ, ເບິ່ງແຍງດູແລຈົນສຸດຄວາມສາມາດແລ້ວກໍ່ຕາມ ແຕ່ຍ້ອນອາຍຸຫລາຍ ຈຶ່ງບໍ່ສາມາດກອບກູ້ຊີວິດໄວ້ໄດ້ ເພິ່ນໄດ້ຈາກໄປໃນເວລາ 2 ໂມງ 52 ນາທີ ຂອງວັນທີ 07 ສິງຫາ 2020 ຢູ່ ຮ່າໂນ້ຍ.

        ເມື່ອດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ແຕ່ເດືອນ ທັນວາ 1997 - ເດືອນ ເມສາ 2001), ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ພ້ອມດ້ວຍໝູ່ຄະນະໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາໄດ້ນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງ ໃນພາລະກິດປ່ຽນແປງໃໝ່, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ