ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
(vovworld)- ໃນຂອບເຂດກອງປະຊຸມລັດຖະມົນຕີຄົມມະນາຄົມ ອາຊຽນ ຄັ້ງທີ 12 (ATM-12), ຕອນບ່າຍວັນທີ 5/11, ໄດ້ດຳເນີນກອງປະຊຸມລັດຖະມົນຕີຄົມມະນາຄົມ ອາຊຽນ, ຈີນ ແລະ ອາຊຽນ - ຍີ່ປຸ່ນ ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ. ກອງປະຊຸມໄດ້ອອກຖະແຫລງການຮ່ວມ, ໃນນັ້ນ ບັນດາທ່ານລັດຖະມົນຕີໄດ້ຢືນຢັນຄືນຄຳໝັ້ນສັນຍາໃນການເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມລະຫວ່າງພາກພື້ນ ອາຊຽນ ແລະ ຈີນ ພ້ອມທັງເລັ່ງລັດບັນດາເຈົ້າຫນ້າທີ່ຂັ້ນສູງສືບຕໍ່ຄວາມມານະພະຍາຍາມມຸ່ງໄປເຖິງບັນດາຂົງເຂດບຸລິມະສິດ ແລະບັນດາໂຄງການໃຫຍ່ກ່ຽວຂ້ອງເຖິງທາງລົດໄຟ, ທາງບົກ, ທາງອາກາດ, ທາງນ້ຳ ເພື່ອສ້າງເງື່ອນໄຂສະດວກໃຫ້ການພົວພັນດ້ານການຄ້າໃນພາກພື້ນ ແລະ ດຶງດູດການລົງທຶນ, ໃຫ້ສັດຕະຍາບັນຍຸດທະສາດພັດທະນາການຝືກຊ້ອມ ແລະ ບຳລຸງສ້າງພະນັກງານການເດີນທະເລ ອາຊຽນ-ຈີນ. ໃນຂະນະນັ້ນ ຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຄົມມະນາຄົມ ອາຊຽນ - ຍີ່ປຸ່ນ ຄັ້ງທີ 13, ບັນດາລັດຖະມົນຕີ ໄດ້ສົ່ງເສີມຍີ່ປຸ່ນ ສະຫນັບສະຫນູນການປະຕິບັດແຜນການການເຄື່ອນໄຫວຍຸດທະສາດຄົມມະນາຄົມ ກົວລາລຳເປີ 2016-2025 ແລະ ປະກອບສ່ວນເຂົ້າໃນການຮ່ວມມືຄົມມະນາຄົມຂົນສົ່ງ ອາຊຽນ ວິໄສທັດ ຫລັງປີ 2015 ຜ່ານຂອບເຂດການຮ່ວມມືຄູ່ຮ່ວມມືຄົມມະນາຄົມ ອາຊຽນ - ອາຊຽນ (AJTP).