ອາຊຽນສະໜັບສະໜູນມາດຕະການສັນຕິພາບໃຫ້ວິກິດການຢູ່ໄທ
ກຳລັງຝ່າຍເສື້ອແດງ ສະໜັບສະໜູນລັດຖະບານແຫ່ຂະບວນປະທ້ວງຢູ່ ບັງກອກ
(ພາບ: AFP/TTXVN)
(vovworld) –ໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 24 ຖືກຈັດຂຶ້ນໃນວັນທີ 11/5, ຢູ່ນະຄອນ Nay Pyi Taw ຂອງ ມຽນມາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກ ພວມຕິດຕາມກວດກາບັນດາການຜັນແປຢູ່ ໄທ ແລະ ສະໜັບສະໜູນມາດຕະການສັນຕິພາບໃຫ້ແກ່ມາດຕະການສັນຕິພາບໃຫ້ວິກິດການໃນປະຈຸບັນຜ່ານການໂອ້ລົມສົນທະນາ, ປະຕິບັດກົດໝາຍ ແລະ ປະຕິບັດບັນດາຫຼັກການປະຊາທິປະໄຕ. ໃນຖະແຫຼງການໄດ້ຍົກອອກມາກ່ອນທີ່ອັດກອງປະຊຸມຂັ້ນສູງ ອາຊຽນ - 24, ບັນດາລັດຖະມົນຕີການຕ່າງປະເທດໄດ້ຢືນຢັນຄືນໃໝ່ຖະແຫຼງການຂອງການນຳ ອາຊຽນ ກ່ຽວກັບສະພາບການຢູ່ ໄທ ທີ່ຍົກອອກມາທີ່ ໂຕກຽວ, ປະເທດ ຍີ່ປຸ່ນ ໃນວັນທີ 14/12/2013. ຖະແຫຼງການເນັ້ນໜັກເຖິງຄວາມສຳຄັນຂອງວິວັດທະນາການປະຊາທິປະໄຕໃນການຟື້ນຟູກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ການປອງດອງຊາດ, ນຳຊີວິດການເປັນຢູ່ຂອງໄທ ກັບຄືນສູ່ສະພາບເປັນປົກກະຕິ. ຖະແຫຼງການຊີ້ແຈ້ງບັນດາປະເທດ ອາຊຽນ ເຊື່ອໝັ້ນວ່າ ໄທ ຈະຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນໂດຍໄວ ແລະ ກຽມພ້ອມມີບັນດາມາດຕະການໜູນຊ່ວຍເໝາະສົມໂດຍອີງໃສ່ບັນດາຫຼັກການຂໍ້ກຳນົດໃນກົດບັດຂອງກຸ່ມ.