(vovworld) - ກອງປະຊຸມລັດຖະມົນຕີການເງິນຂອງສະຫະສະມາຄົມບັນດາປະເທດ ອາຊີ ຕາເວັນອອກສຽງໃຕ້ (ຫຼື ອາຊຽນ) ຄັ້ງທີ 17 ອັດລົງເມື່ອວັນທີ 4/4, ພາຍຫຼັງດຳເນີນກອງປະຊຸມເປັນເວລາ 2 ວັນຢູ່ ບຣູໄນ, ດ້ວຍຖະແຫຼງການຮ່ວມຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ ອາຊຽນ ສະຖຽນລະພາບ ແລະ ເຊື່ອມໂຍງ. ຖະແຫຼງການຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຕັດສິນໃຈສືບຕໍ່ມານະພະຍາຍາມສົມທົບກັນມຸ້ງໄປເຖິງການເຊື່ອມໂຍງເສດຖະກິດ ແລະ ການເງິນ”. ບັນດາລັດຖະມົນຕີ ອາຊຽນ ກໍ່ໃຫ້ຄຳໝັ້ນສັນຍາຮັດແຄບຊ່ອງຫວ່າງພັດທະນາ ແລະ ຍົກສູງລະດັບຄອງຊີບຂອງປະຊາຊົນດ້ວຍວິທີຫຼຸດຜ່ອນຮົ້ວກີດຂວາງ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ບັນດາກະແສທຶນ ເພື່ອແນໃສ່ປັບປຸງການຮ່ວມມືດ້ານການເງິນ ແລະ ການເຊື່ອມໂຍງເສດຖະກິດໃນ ອາຊຽນ, ບັນດາລັດຖະມົນຕີການເງິນເຂົ້າຮ່ວມກອງປະຊຸມຖືວ່າ: ບັນດາປະເທດຕ້ອງມານະພະຍາຍາມຕື່ມອີກ ເພື່ອຕິດຕາມກວດກາເສດຖະກິດ ເພື່ອບັນລຸໄດ້ການເຊື່ອມໂຍງເສດຖະກິດໃນພາກພື້ນ.