ອາຣັບບິ ຊະອຸດິ ແລະ ອາເມລິກາ ເຊັນບັນດາຂໍ້ຕົກລົງຮ່ວມມື

(VOVWORLD) - ໃນຂອບເຂດການຢ້ຽມຢາມ ອາຣັບບິ ຊະອຸດິ, ວັນທີ 20 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ເຈລະຈາກັບ ເຈົ້າຊີວິດ Salman Bin Abdul Aziz
ອາຣັບບິ ຊະອຸດິ ແລະ ອາເມລິກາ ເຊັນບັນດາຂໍ້ຕົກລົງຮ່ວມມື - ảnh 1ລັດຖະມົນຕີການຕ່າງປະເທດ ອາຣັບບິ ຊະອຸດິ  Adel al-Jubeir  ແລະ ຄູ່ຕຳແໜ່ງ ອາເມລິກາ  Rex Tillerson (ພາບ: AFP)

ການນຳ 2 ທ່ານ ອາຣັບບິ ຊະອຸດິ ແລະ ອາເມລິກາ ໄດ້ຢືນຢັນຄືນໃໝ່ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ, ເຫັນດີເປັນເອກະພາບ ເພີ່ມທະວີບັນດາການພົວພັນໃກ້ຊິດຕິດແທດກ່ຽວກັບດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ ລະຫວ່າງ 2 ປະເທດ, ພ້ອມທັງ ສຸມໃສ່ປຶກສາຫາລືບັນດາບັນຫາ 2 ຝ່າຍ.

        ໃນຂອບເຂດການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ, 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຫລາຍສະບັບດ້ວຍຍອດມູນຄ່າປະມານ 380 ຕື້ USD, ໃນບັນດາຂົງເຂດຄື: ພັດທະນາພື້ນຖານໂຄງລ່າງຢູ່ ອາເມລິກາ ແລະ ລົງທຶນໃນຂະແໜງອຸດສາຫະກຳປ້ອງກັນຊາດຂອງ ອາຣັບບິ ຊະອຸດິ ໃນ 10 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ