ອາເມລິກາຍອມຮັບປະສົບກັບຄວາມຫຍຸ້ງຍາກໃນບັ້ນຮົບຕໍ່ສູ້ຕ້ານIS
(ພາບປະກອບ: baodatviet.vn)
(vovworld) - ວັນທີ 17/06, ວົງການເຂົ້າໜ້າທີ່ທຳນຽບ 5 ແຈ ຍ້ອມຮັບວ່າ ການຕໍ່ສູ້ຂອງອາເມລິກາ ຕ້ານກຸ່ມລັດອິດສະລາມ (IS) ອ້າງຊື່ເອງຢູ່ອີຣັກ ພວມປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງຫຼາຍຢ່າງ. ໃນວາລະອະພິປາຍວັນທີ 17/06, ຕໍ່ກຳມະທິການກຳລັງທະຫານສະພາຕໍ່າອາເມລິກາ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Ashton Carter ແລະ ທ່ານປະທານສະພາເສນາທິການໃຫຍ່ກອງທັບປະສົມ, ນາຍພົນ Martin Dempsey, ຍອມຮັບວ່າ, ບັ້ນຮົບຕ້ານບັນດາມືປືນຫົວຮຸນແຮງ IS ຢູ່ອີຣັກ ບັນລຸຜະລິດທິຜົນຕໍ່າ, ສ່ວນໜຶ່ງແມ່ນຍ້ອນວໍຊິງຕັນ ບໍ່ຜັນຂະຫຍາຍການຊ່ວຍເຫຼືອອາວຸດ ແລະ ຝຶກອົບຮົມໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ ຢ່າງໄວ. ສາຍເຫດພື້ນຖານນັ້ນແມ່ນ ບັ້ນຮົບຕ້ານ IS ຂອງອາເມລິກາ ຢູ່ອີຣັກ ແລະ ຊີຣີ ຍັງບໍ່ທັນມີຍຸດທະສາດຮອບດ້ານ, ຍ້ອນຂາດບັນດາຄຳໝັ້ນສັນຍາຈາກລັດຖະບານອີຣັກ, ໃນນັ້ນມີການຄັດເລືອກທະຫານທີ່ຖືສາສະໜາແຕກຕາງກັນ.