ອາເມລິກາຮ່ວມມືກັບຫວຽດນາມໃນການແກ້ໄຂຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ວັນທີ 3 ກັນຍາ ທ່ານຈອນແກລີ ຜູ້ຕາງໜ້າພິເສດຂອງປະທານາທິບໍດີອາເມລິກາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ມາສຳຫຼວດ ແລະ ເຮັດວຽກຢູ່ແຂວງເບ໊ນແຈກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດ
ອາເມລິກາຮ່ວມມືກັບຫວຽດນາມໃນການແກ້ໄຂຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານເລຂາພັກແຂວງເບ໊ນແຈເລດຶກເຖາະພົບປະກັບທ່ານຈອນແກລີ

     ທີ່ການເຮັດວຽກ, ທ່ານເລຂາພັກແຂວງເບ໊ນແຈ ເລດຶກເຖາະ ໃຫ້ຮູ້ວ່າ ແຂວງເບ໊ນແຈພວມຮັບຜົນກະທົບຢ່າງໜັກໜ່ວງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຍືງສູງຂຶ້ນ. ໃນນັ້ນສະພາບນ້ຳທະເລຊຶມ, ດິນເຊາະເຈື່ອນພວມນັບມື້ນັບເພີ່ມຂຶ້ນ ອັນໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຊີວິດຂອງປະຊາຊົນ ແລະ ການເຄື່ອນໄຫວຜະລິດ. ເບ໊ນແຈສະແດງຄວາມຫວັງວ່າອາເມລິກາຈະຕັ້ງໜ້າຮ່ວມມືໜູນຊ່ວຍຫວຽດນາມ ໃນນັ້ນມີການຮ່ວມມືໜູນແຂວງເບ໊ນແຈປະຕິບັດບັນດາກິດຈະກຳ ປ້ອງກັນ ແລະ ຕ້ານຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ...

   ຕາມທ່ານຈອນແກລີ ແລ້ວ ອາເມລິກາຈະຮ່ວມມືກັບ ຫວຽດນາມ ໃນນັ້ນມີແຂວງເບ໊ນແຈເພື່ອປະຕິບັດການວິເຄາະຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດເພື່ອມີທິດທາງແກ້ໄຂໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ