ອາເມລິກາແລະຈີນຈັດຕັ້ງບັນດາການເຈລະຈາແລະທາບທາມຄຳເຫັນກ່ຽວກັບດ້ານປ້ອງກັນຄວາມສະຫງົບແລະເສດຖະກິດ

ອາເມລິກາແລະຈີນຈັດຕັ້ງບັນດາການເຈລະຈາແລະທາບທາມຄຳເຫັນກ່ຽວກັບດ້ານປ້ອງກັນຄວາມສະຫງົບແລະເສດຖະກິດ - ảnh 1
(ພາບປະກອບ)

(vovworld) – ​​​ວັນ​ທີ 15/6, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ປະກາດ​ການ​ເຈລະຈາ​ດ້ານ​ເສດຖະກິດ ​ແລະ ຍຸດ​ທະ​ສາດ (S&ED) ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 7 ຈະ​ ​ດຳ​ເນີນ​ໄປ​​ໃນລະຫວ່າງ​ວັນ​ທີ 23 – 24/6 ຢູ່​ນະຄອນຫຼວງ ວໍ​ຊິງຕັນ. ຄຽງ​ຂ້າງ​ນັ້ນ, ການ​ທາ​ບທາມ​ພົບ​ປະ​ແລກປ່ຽນ​ປະຊາຊົນ ອາ​ເມ​ລິ​ກາ - ຈີນ (CPE) ຄັ້ງ​ທີ 6 ກໍ່ຈັດ​ຕັ້ງກັບ​ S&ED ​ໃນ​ໂອກາດດຽວ​ກັນ. ທີ່​ການ​ເຈລະຈາ S&ED ຄັ້ງ​ນີ້, ທັງ 2 ຝ່າຍ​ຈະ​ສຸມ​ໃສ່​ປຶກສາ​ຫາລືບັນດາ​ສິ່ງ​ທ້າ​ທາຍ ​ແລະ ກາລະ​ໂອກາດ ຊຶ່ງ 2 ປະ​ເທດ​ພວມປະ​ເຊີນ​ໜ້າ ​ໃນ​ບັນດາຂົງ​ເຂດ 2 ຝ່າຍ, ພາກ​ພື້ນ​ກໍ່​ຄື​ທົ່ວ​ໂລກ. ນອກຈາກ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ແລະ ຈີນ ກໍ່​ຈະ​ແລກປ່ຽນ​ກ່ຽວ​ກັບບັນດາ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ ​ແລະ ຍຸດ​ທະ​ສາດ​ໃນ​​ໄລຍະ​ຍາວຂອງ 2 ປະ​ເທ​ດ. ​ໃນ​ວັນ​ທີ 22/6, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Antony Blinken ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຈາງ​ເຢຊວຍ ຈະເປັນ​ປະ​ທານ​ຮ່ວມການ​ເຈລະຈາດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ຍຸດ​ທະ​ສາດ ອາ​ເມ​ລິ​ກາ - ຈີນ (SDD) ຄັ້ງ​ທີ 5. ​ວົງ​ການເຈົ້າ​ໜ້າ​ທີ່​ການ​ທະຫານ ​ແລະ ພົນລະ​ເຮືອນ 2 ຝ່າຍ​ຈະ​ແລກ​ປ່ຽນທັດສະນະ​ກ່ຽວ​ກັບ​ບາງ​ບັນຫາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຍຸດ​ທະ​ສາດ ທີ່ມີ​ຄວາມ​ໝາຍ​ສຳຄັນ​ສຳ​ລັບ​ 2 ປະ​ເທດ.

ຂ່າວ/ບົດ​ອື່ນ