ອາ​ເມ​ລິ​ກາ ປິດ​ລ້ອມ​ບັນ​ດາ​ກ່ຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ທີ່ນອນ​ໃນ​ເປົ້າ​ໝາຍ​ຖືກ​ລົງ​ໂທດ

(VOVWORLD) -   ວັນທີ 16 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ອອກຄຳສັ່ງຈັດວາງ “ການປິດລ້ອມຢ່າງສິ້ນເຊີງ ແລະ ເຖິງຖອງ” ສຳລັບກ່ຳປັ່ນຂົນສົ່ງນ້ຳມັນທັງໝົດທີ່ນອນໃນເປົ້າໝາຍຖືກລົງໂທດ ແລະ ມີການເຄື່ອນໄຫວເຂົ້າອອກ ເວເນຊູເອລາ.

  ກໍໃນວັນທີ 16 ທັນວາ, ກົມການບິນ ສະຫະລັດ ອາເມລິກາ (FAA) ໄດ້ປະກາດຄຳກ່າວເຕືອນໃໝ່ສຳລັບບັນດາເຮືອບິນພົນລະເຮືອນທີ່ເຄື່ອນໄຫວໃນເຂດນ່ານຟ້າ ເວເນຊູເອລາ, ໂດຍອ້າງເຫດຜົນມີຄວາມສ່ຽງທີ່ເລີ່ມການຈາກເຄື່ອນໄຫວທາງການທະຫານ.  FAA ຮຽກຮ້ອງໃຫ້ບັນດາເຮືອບິນ “ມີຄວາມລະມັດລະວັງ ຍ້ອນສະພາບການຄວາມໝັ້ນຄົງທີ່ພວມຮ້າຍແຮງຂຶ້ນ ແລະ ການເຄື່ອນໄຫວດ້ານການທະຫານເພີ່ມຂຶ້ນ ພາຍໃນ ຫຼື ອ້ອມຂ້າງ ເວນເນຊູເອລາ”.

        ປັດຈຸບັນ, ອາເມລິກາ ພວມຜັນຂະຫຍາຍກ່ຳປັ່ນສູ້ຮົບຈຳນວນຫຼາຍຢູ່ເຂດ ກາຣີເບ ແລະ ມີຫຼາຍຄັ້ງທີ່ໃຫ້ເຮືອບິນການທະຫານບິນລຽບຕາມແຄມຝັ່ງທະເລ ເວເນຊູເອລາ ແລ້ວ. ບັນດາກຳລັງ ອາເມລິກາ ກໍພວມດຳເນີນບັ້ນບຸກໂຈມຕີ ແນໃສ່ບັນດາກ່ຳປັ່ນທີ່ຖືກກ່າວຫາວ່າຄ້າຂາຍຢາເສບຕິດຢູ່ເຂດ ກາຣີເບ ແລະ ປາຊີຟິກຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ