ອາເມລິກາ ປະກາດຍຸດທະສາດຄວາມໝັ້ນຄົງແຫ່ງຊາດພາຍໃຕ້ສະໄໝປະທານາທິບໍດີ Donald Trump

(VOVWORLD) -  ທ່ານ Donald Trump ໄດ້ເອີ້ນຍຸດທະສາດໃໝ່ນີ້ແມ່ນເສັ້ນທາງຮັບປະກັບໃຫ້ ອາເມລິກາ ຍັງແມ່ນປະເທດທີ່ຍິ່ງໃຫຍ່ ປະສົບຜົນສຳເລັດທີ່ສຸດໃນປະຫວັດສາດຂອງມວນມະນຸດ, ແມ່ນບ້ານເກີດເມືອງນອນຂອງຄວາມເສລີ.
ອາເມລິກາ ປະກາດຍຸດທະສາດຄວາມໝັ້ນຄົງແຫ່ງຊາດພາຍໃຕ້ສະໄໝປະທານາທິບໍດີ Donald Trump - ảnh 1ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: REUTERS/Brian Snyder)

ວັນທີ 05 ທັນວາ, ອາເມລິກາ ໄດ້ປະກາດເອກະສານຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ ຍາວ 33 ໜ້າ, ໃນນັ້ນໄດ້ວາງອອກບັນດາບຸລິມະສິດໃນນະໂຍບາຍຄວາມໝັ້ນຄົງພາຍໃນ ແລະ ການຕ່າງປະເທດ ພາຍໃຕ້ສະໄໝຂອງ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ. ທ່ານ Donald Trump ໄດ້ເອີ້ນຍຸດທະສາດໃໝ່ນີ້ແມ່ນເສັ້ນທາງຮັບປະກັບໃຫ້ ອາເມລິກາ ຍັງແມ່ນປະເທດທີ່ຍິ່ງໃຫຍ່ ປະສົບຜົນສຳເລັດທີ່ສຸດໃນປະຫວັດສາດຂອງມວນມະນຸດ, ແມ່ນບ້ານເກີດເມືອງນອນຂອງຄວາມເສລີ.

ຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ດັ່ງກ່າວ ໄດ້ຢືນຢັນ ທ່ານປະທານາທິບໍດີ Donald Trump ຈະຮັກສາການມີໜ້າດ້ານການທະຫານຢ່າງໃຫຍ່ຫຼວງກວ່າຢູ່ ຊີກໂລກຕາເວັນຕົກ ໃນອະນາຄົດ ເພື່ອຕ້ານການອົບພະຍົບແບບຜິດກົດໝາຍ, ຢາເສບຕິດ ແລະ ການຟື້ນຕົວຂອງບັນດາກຳລັງທີ່ເປັນປໍລະປັກຢູ່ພາກພື້ນ. ນີ້ແມ່ນການປ່ຽນແປງເມື່ອທຽບໃສ່ກັບອຳນາດການປົກຄອງກ່ອນ, ເຊິ່ງເຄີຍໃຫ້ບຸລິມະສິດບັນດາເຂດ ແລະ ຫົວເລື່ອງອື່ນ, ຕົວຢ່າງຄື ການປະເຊີນໜ້າກັບ ລັດເຊຍ ແລະ ຈີນ, ຫຼື ການຕ້ານການກໍ່ການຮ້າຍ.

ກ່ຽວກັບບັນຫາການປະທະກັນຢູ່ ຢູແກຼນ, ເອກສານດັ່ງກ່າວຊີ້ແຈ້ງວ່າ ຜົນປະໂຫຍດຫຼັກແຫຼ່ງຂອງ ອາເມລິກາ ແມ່ນເຈລະຈາການຢຸດຍິງໂດຍໄວ ແລະ ຫຼຸດຜ່ອນຄວາມສ່ຽງປະເຊີນໜ້າລະຫວ່າງ ລັດເຊຍ ແລະ ບັນດາປະເທດ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ