(vovworld) - ພາຍຫຼັງການໂຄ້ຖຽນກັນ ແລະ ບໍ່ຫົວຊາຕໍ່ການຄັດຄ້ານພາຍໃນປະເທດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຕັດສິນເຂົ້າຮ່ວມສົນທິສັນຍາຄ້າຂາຍອາວຸດຂອງສະຫະປະຊາຊາດ, ເພີ່ມທະວີການຄວບຄຸມການເຄື່ອນໄຫວສົ່ງອອກປືນ ແລະ ອາວຸດທຳມະດາອື່ນໆ. ພິທີລົງນາມໄດ້ດຳເນີນໃນວັນທີ 25 ກັນຍາ, ຢູ່ນິວຢອກ (ອາເມລິກາ). ກ່າວຄຳເຫັນພາຍຫຼັງລົງນາມໃນເອກະສານນີ້, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເອີ້ນນີ້ແມ່ນບາດກ້າວສຳຄັນ ໃນຄວາມມານະພະຍາຍາມປັບປຸງສັນຕິພາບຂອງໂລກ ເພື່ອການເຄື່ອນໄຫວສົ່ງອອກອາວຸດຖືກຄວບຄຸມຢ່າງແໜ້ນແຟ້ນ ເພື່ອບໍ່ໃຫ້ຕົກໃສ່ມືຂອງພວມກໍການຮ້າຍ ຫຼື້ ບັນດາເປົ້າໝາຍຫົວຮຸນແຮງ. ການຳຂະແໜງການທູດອາເມລິກາ ຖືວ່າ ສົນທິສັນຍາ ຈະຊ່ວຍປັບປຸງຄວາມໝັ້ນຄົງຂອງອາເມລິກາ ແລະ ສ້າງພື້ນຖານຄວາມປອດໄພໃນທົ່ວໂລກ ຫາກບໍ່ກໍ່ຄວາມເສຍຫາຍເຖິງການຄ້າຂາຍອາວຸດທຳມະດາທີ່ຖືກຕ້ອງຕາມກົດໝາຍ. ແຕ່ເອກະສານດັ່າງກ່າວ ຕ້ອງໄດ້ຮັບການອະນຸມັດຈາກສະພາສູງອາເມລິກາ ຈຶ່ງມີຜົນສັກສິດຢ່າງເປັນທາງການ.