ອາ​ເມ​ລິ​ກາ ແລະ ຢູ​ແກຼນ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ຢູ່ ເຊີ​ແນວ (ສະ​ວິດ)

(VOVWORLD) -  ອາເມລິກາ ແລະ ຢູແກຼນ ໄດ້ເຊື່ອມຕໍ່ບັນດາການເຈລະຈາຄືນຢູ່ ເຊີແນວ (ສະວິດ) ໃນວັນທີ 26 ກຸມພາ ເພື່ອປຶກສາຫາລືກ່ຽວກັບການສ້າງສາຄືນໃໝ່ພາຍຫຼັງການປະທະກັນ ແລະ ກະກຽມໃຫ້ແກ່ການພົບປະຄັ້ງຕໍ່ໄປກັບ ລັດເຊຍ.

 ໜຶ່ງໃນບັນດາເນື້ອໃນ 2 ຝ່າຍພິຈາລະນາ ແມ່ນບ້ວງຄວາມວັດທະນາຖາວອນ, ລວມມີບັນດາກົນໄກໜູນຊ່ວຍດ້ານເສດຖະກິດ ແລະ ຟື້ນຟູໃຫ້ແກ່ ຢູແກຼນ, ບັນດາເຄື່ອງມືດຶງດູດການລົງທຶນ ແລະ ຂອບເຂດການຮ່ວມມືໄລຍະຍາວ.

ກ່ອນໜ້ານັ້ນ ກໍໃນວັນດຽວກັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ ທ່ານ Volodymyr Zelensky ປິ່ນອ້ອມບັນດາບັນຫາເຊິ່ງຄະນະຜູ້ແທນເຈລະຈາຂອງສອງປະເທດປຶກສາຫາລືໃນການພົບປະສອງຝ່າຍຢູ່ ເຊີແນວ, ກໍຄືບັນດາບາດກ້າວກະກຽມໃຫ້ແກ່ການພົບປະສາມຝ່າຍ ອາເມລິກາ - ລັດເຊຍ - ຢູແກຼນ ໃນຕົ້ນເດືອນ ມີນາ ຈະມາເຖິງ.

ກ່ອນໜ້ານັ້ນ, ຄະນະຜູ້ແທນຂອງ 3 ປະເທດ ໄດ້ຈັດການເຈລະຈາ 2 ຄັ້ງຢູ່ Abu Dhabi ແລະ ຖັດຈາກນັ້ນແມ່ນການເຈລະຈາຢູ່ ເຊີແນວ ແຕ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາບັນຫາຫຼັກແຫຼ່ງແກ່ນສານເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ