ອາເມລິກາ ແລະ ສ. ເກົາຫຼີ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືສຳພັນທະມິດ

(VOVWORLD) - ວັນທີ 30 ມິຖຸນາ, ອາເມລິກາ ແລະ ສ.ເກົາຫຼີ ໄດ້ອອກຖະແຫຼງການຮ່ວມສະຫລຸບບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ສ. ເກົາຫຼີ Moon Jae –in ຢູ່ນະຄອນຫຼວງ ວໍຊິງຕັນ. 

ອາເມລິກາ ແລະ ສ. ເກົາຫຼີ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືສຳພັນທະມິດ - ảnh 1 ທ່ານປະທານາທິບໍດີ Moon Jae –in ແລະ ທ່ານປະທານາທິບໍດີ Donald Trump

(ພາບ: ສຳນັກຂ່າວສານຊິນຮວາ)

ໃນຖະແຫຼງການຮ່ວມເຊິ່ງລວມມີ 6 ຂໍ້, ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນພັນທະມິດ ອາເມລິກາ - ສ. ເກົາຫຼີ ແລະ ການປົກປ້ອງຄວາມໝັ້ນຄົງ ສ. ເກົາຫຼີ. 2 ຝ່າຍກໍ່ເຫັນດີເປັນເອກະສັນຮ່ວມມືເພື່ອມອບໂອນສິດບັນຊາໄລຍະສົງຄາມໃຫ້ແກ່ບັນດາກຳລັງຂອງ ສ ເກົາຫຼີ, ທີ່ 2 ຝ່າຍໄດ້ຕົກລົງນຳກັນກ່ອນນີ້ໜຶ່ງທົດສະວັດແຕ່ຖືກໂຈະໄວ້ພາຍໃຕ້ສະໄໝຂອງລັດຖະບານນິຍົມຮັກສາເດີມຢູ່ ເຊີອູນ. ການນຳ 2 ທ່ານກໍ່ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຮ່ວມມືເພື່ອ “ປະຕິບັດສຳເລັດເລື່ອງປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງໝັ້ນຄົງ ແລະ ບໍ່ອາດຕ່າວປິນໄດ້ຜ່ານເສັ້ນທາງສັນຕິພາບ”. ທ່ານປະທານາທິບໍດີ Donald Trump ສະໜັບສະໜູນຂໍ້ລິເລີ່ມຂອງທ່ານປະທານາທິບໍດີ Moon Jae –in ກ່ຽວກັບເລື່ອງເຊື່ອມຕໍ່ການເຈລະຈາກັບ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ