ຮັບ​ປະ​ກັນ​ການ​ເຕີບ​ໂຕ ແລະ ​ສະ​ຖຽນ​ລະ​ພາບທາງດ້ານເສດ​ຖະ​ກິດມະ​ຫາ​ພາກ

(VOVWORLD) - ລັດຖະບານຈະປະຕິບັດບັນດາມາດຕະການແກ້ໄຂທີ່ສອດຄ່ອງເພື່ອສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວມຄຸມໄພເງິນເຟີ້ໃນປີ 2019 ໃຫ້ຢູ່ໃນລະດັບ 3.3 – 3.9%. 
ຮັບ​ປະ​ກັນ​ການ​ເຕີບ​ໂຕ ແລະ ​ສະ​ຖຽນ​ລະ​ພາບທາງດ້ານເສດ​ຖະ​ກິດມະ​ຫາ​ພາກ - ảnh 1ທ່ານເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ(ພາບ: VGP/ແທງຈູງ) 

ຕອນບ່າຍວັນທີ 28 ມີນາ, ຢູ່ ສຳນັກງານລັດຖະບານ, ທ່ານເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງສະພາທີ່ປຶກສາດ້ານນະໂຍບາຍການເງິນ, ເງິນຕາແຫ່ງຊາດ, ຕີລາຄາອັດຕາການເຕີບໂຕໃນໄຕມາດ I/2019, ກຳນົດບັນດາປັດໄຈສົ່ງຜົນສະທ້ອນເຖິງການເຕີບໂຕໃນຊຸມເດືອນທີ່ຍັງເຫຼືອ, ພ້ອມທັງ, ກຳນົດບັນດາຂໍ້ຄົງຄ້າງໃນຂົງເຂດທະນາຄານ, ການເງິນ ທີ່ມີຜົນສະທ້ອນເຖິງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ສະເໜີມາດຕະການແກ້ໄຂ.

        ທີ່ກອງປະຊຸມ, ບັນດາສະມາຊິກສະພາດັ່ງກ່າວໄດ້ຕີລາຄາ ເສດຖະກິດພາຍໃນປະເທດຍັງມີສະຖຽນລະພາບ. ກ່ຽວກັບບັນດານະໂຍບາຍເສດຖະກິດມະຫາພາກ, ບັນດາສະມາຊິກຖືວ່າ ບັນດາກະຊວງ, ຂະແໜງການໄດ້ເປັນເຈົ້າການໃນການບໍລິຫານ, ນະໂຍບາຍເງິນຕາມີໄຫວພິບ, ມີການສົບທົບຢ່າງແໜ້ນແຟ້ນກັບນະໂຍບາຍງົບປະມານ ແລະ ບັນດານະໂຍບາຍອື່ນໆເພື່ອແນໃສ່ຮັກສາອັດຕາເງິນເຟີ້ໃຫ້ຄົງທີ,ປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບທາງເສດຖະກິດມະຫາພາກ, ໜູນຊ່ວຍການເຕີບໂຕເສດຖະກິດແບບຍືນຍົງ.

ໃນກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບເອົາບັນດາຄວາມເຫັນປະກອບຂອງບັນດານັກຊ່ຽວຊານແຖວໜ້າດ້ານເສດຖະກິດ ແລະ ໃຫ້ຮູ້ວ່າ ລັດຖະບານຈະປະຕິບັດບັນດາມາດຕະການແກ້ໄຂທີ່ສອດຄ່ອງເພື່ອສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວມຄຸມໄພເງິນເຟີ້ໃນປີ 2019 ໃຫ້ຢູ່ໃນລະດັບ 3.3 – 3.9%, ຮັບປະກັນບັນດາຄາດໝາຍການເຕີບໂຕທີ່ສະພາແຫ່ງຊາດວາງອອກ.       

ຕອບກັບ

ຂ່າວ/ບົດ​ອື່ນ