ຮັບປະກັນປະຊາທິປະໄຕເມື່ອຮັບເອົາຄຳເຫັນຈາກປະຊາຊົນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992

ຮັບປະກັນປະຊາທິປະໄຕເມື່ອຮັບເອົາຄຳເຫັນຈາກປະຊາຊົນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992 - ảnh 1
ຈັດຕັ້ງການຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ກ່ຽວກັບ​ຮ່າງ​ປັບປຸງ​ ລັດ​ຖະທຳ​ມະນູນ​ປີ 1992
ພາບ:hanoimoi.com.vn

 (vovworld)- ວັນ​ທີ 3/1, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ປະຕິບັດເລື່ອງ​ຈັດ​ຕັ້ງ, ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ກ່ຽວກັບ​ຮ່າງ​ປັບປຸງ​ ລັດ​ຖະທຳ​ມະນູນ​ປີ 1992. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ປະກອບ​ຄຳ​ເຫັນຫລາຍ​ຢ່າງ​ເພື່​ອ​ເປັນ​ເອກະ​ພາບ ​ແລະ ​ເຮັດ​​ໃຫ້​ແຜນການ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນຈາກ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ປັບປຸງລັດ​ຖະທຳ​ມະນູນ​ປີ 1992 ​ໃຫ້​ຈະແຈ້ງ, ລະອຽດກວ່າ ​ເພື່ອ​ຮັບປະກັນ​ປະສິດທິ​ຜົນ, ​ແທດ​ຈິງ, ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ​ແລະ ບົດບາດ​ຂອງ​ແນວ​​ໂຮມ​ປະ​ເທດ​ຊາດ. ທ່ານ​ ຮູ່ນດ໋າມ (Huỳnh Đảm) ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ຮັບຜິດຊອບ, ຄວາມ​ຕັດສິນ​​ໃຈ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ໃນ​ການ​ປະຕິບັດ​ຫນ້າ​ທີ່ຂົນຂວາຍປະຊາຊົນ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ, ພູມ​ປັນຍາ, ສຸດ​ຈິດ​ສຸດ​ໃຈ​ໃນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ອັນ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ນີ້. ຕາມ​ແຜນການ, ​ໃນ​ເດືອນ 1/2013, ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະ​ຈັດ​ຕັ້ງ​ການ​ປະຊຸມ, ການ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ເພື່ອ​ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ຮ່າງ​ປັບປຸງລັດ​ຖະທຳ​ມະນູນ​ປີ 1992.

 

ຂ່າວ/ບົດ​ອື່ນ