(vovworld) - ພິທີສະເໜີຮູບເງົາເລື່ອງ “ຜູ້ຮ່ວມງານ” ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດຫວຽດນາມ - ຍີ່ປຸ່ນ ຖືກດຳເນີນໄປໃນຕອນຄໍ່າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຮາຍ ຕີລາຄາວ່າ ຮູບເງົາເລື່ອງ “ຜູ້ຮ່ວມງານ” ເວົ້າເຖິງນ້ຳໃຈເພື່ອນມິດພິເສດລະຫວ່າງນັກປະຕິວັດຜູ້ຮັກຊາດ ຟານໂບ້ຍເຈົາ ແລະ ທ່ານໝໍຍີ່ປຸ່ນ Asaba Sakitaro ແມ່ນຂອງຂວັນທີ່ມີຄວາມໝາຍໃນການພົວພັນມິດຕະພາບທີ່ໄດ້ຮັບການປັບປຸງ ແລະ ຍູ້ແຮງການຮ່ວມມືຢ່າງເລີດເຊິ່ງ, ກວ້າງຂວາງໃນຫຼາຍຂົງເຂດໃນຕະຫຼອດ 40 ປີຜ່ານມາລະຫວ່າງຫວຽດນາມ - ຍີ່ປຸ່ນ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ຮູບເງົາເລື່ອງ “ຜູ້ຮ່ວມງານ” ໄດ້ຊ່ວຍໃຫ້ຜູ້ຊົມຂອງ 2 ປະເທດມີຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນອັນອົບອຸ່ນ ແລະ ໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນປະຈຸບັນ ບໍ່ພຽງແຕ່ແມ່ນໝາກຜົນຂອງ 40 ປີເທົ່ານັ້ນ, ຫາກຍັງແມ່ນການເພີ່ມພູນຄຸນສ້າງຂອງລຸ່ນພໍ່, ລຸ່ນອ້າຍໃນເມື່ອກອນອີກດ້ອຍ, ພາໃຫ້ຜູ້ຊົມມີວິໄສທັດທີ່ມີຊີວິດຊີວາ ແລະ ແທ້ຈິງກ່ຽວກັບສາຍໃຈເພື່ອນມິດອັນສູງສົ່ງລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.