ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 06 ກໍລະກົດ ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໃຫ້ການຕ້ອນຮັບທ່ານນາງ Catherine Wong Siow Ping, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສິງກະໂປ ປະຈຳ ຫວຽດນາມ

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ - ảnh 1 ທ່ານ ເຈືອງຮ່ວາບີງ ໃຫ້ການຕ້ອນຮັບທ່ານນາງ Catherine Wong Siow Ping (ພາບ: dangcongsan.vn)

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕີລາຄາສູງບັນດາການເຄື່ອນໄຫວຕັ້ງໜ້າ, ຂະຫຍັນຂັນເຄື່ອນຂອງທ່ານນາງ Catherine Wong Siow Ping ນັບແຕ່ເມື່ອທ່ານນາງໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສິງກະໂປ ປະຈຳ ຫວຽດນາມ ໃນເດືອນ ກັນຍາ ປີ 2016. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ເລື່ອງຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງເປັນປະຈຳ ໄດ້ສ້າງພື້ນຖານ, ກຳນົດທິດເພື່ອໃຫ້ການພົວພັນ 2 ປະເທດມີເນື້ອແທ້, ໄວ້ເນື້ອເຊື່ອໃຈ ແລະ ໃກ້ຊິດ, ເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກໍ່ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ຈະສ້າງທຸກເງື່ອນໄຂ ເພື່ອໃຫ້ທ່ານນາງເອກອັກຄະລັດຖະທູດສຳເລັດໜ້າທີ່ຢູ່ ຫວຽດນາມ ເປັນຢ່າງດີ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການໃນການເຄື່ອນໄຫວດ້ານການທູດທີ່ອຸດົມສົມບູນ ທ່ານນາງ Catherine Wong Siow Ping ຈະມີຂໍ້ລິເລີ່ມຫລາຍຢ່າງ ປະກອບສ່ວນໃຫ້ແກ່ການພັດທະນາສາຍພົວພັນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ