ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບປະທານຄະນະກຳມະການການທະຫານສະຫະພາບ ເອີຣົບ

(VOVWORLD) - ວັນທີ 05 ທັນວາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ຕ້ອນຮັບທ່ານພົນເອກ Michail Kostarakos ປະທານຄະນະກຳມະການການທະຫານສະຫະພາບ ເອີຣົບ
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບປະທານຄະນະກຳມະການການທະຫານສະຫະພາບ ເອີຣົບ - ảnh 1  ທ່ານຟ້າມບີງມິງ ແລະ ທ່ານພົນເອກ Michail Kostarakos (ພາບ: VGP)

ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຢືນຢັນວ່າ: ຫວຽດນາມ ພວມດຳເນີນການເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ ແລະ ຮອບດ້ານໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ…ໃນຂົງເຂດປ້ອງກັນຊາດ, ຫວຽດນາມ ພວມເຂົ້າຮ່ວມນັບມື້ນັບຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຮ່ວມມືກັບບັນດາປະເທດໃນໂລກ ເພື່ອສັນຕິພາບສະຖຽນລະພາບ, ຄວາມສະຫງົບປອດໄພຂອງພາກພື້ນ ແລະ ໂລກ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ສະເໜີວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຄວນເພີ່ມທະວີແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງ; ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນບັນດາຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຄົ້ນຄວ້າກໍ່ສ້າງ ແລະ ສຳເລັດບັນດາຂອບເຂດ, ກົນໄກການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ