ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມການຮັບໃຊ້ແກ່ IPU 132
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມວຽກງານຮັບປະກັນຄວາມສະຫງົບ ແລະ ການຮັບໃຊ້IPU 132
|
(vovworld)- ຕອນບ່າຍວັນທີ 22/10 , ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຮອງຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບການຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ IPU 132 ໄດ້ເປັນປະທານກອງປະຊຸມປຶກສາຫາລືວຽກງານຮັບປະກັນຄວາມສະຫງົບ ແລະ ການຮັບໃຊ້ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ IPU 132. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີບັນດາອະນຸກຳມະການຈົ່ງກະກຽມວຽກງານໂດຍລະອຽດເພື່ອຮັບປະກັນວຽກງານປ້ອງກັນຄວາມສະຫງົບປອດໄພ, ວຽກງານການແພດໃຫ້ແກ່ບັນດາຜູ້ແທນເຂົ້າຮ່ວມ ກໍຄືຢູ່ຕາມສະຖານທີ່ຈັດການເຄື່ອນໄຫວໃນຂອບເຂດກອງປະຊຸມ, ທັງນີ້ກໍເປັນການປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ ທັງເປັນການຢັ້ງຢືນທີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມ, ສະແດງໃຫ້ເຫັນເຖິງຈິດໃຈເປັນເຈົ້າການຂອງສະມາຊິກທີ່ຕັ້ງໜ້າຂອງສະມັດຊາລັດຖະສະພາລະຫວ່າງຊາດໂລກ ແລະ ມີຄວາມຮັບຜິດຊອບໃນວົງຄະນະຍາດສາກົນ.