ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Eric Goosby, ທູດປ້ອງກັນ, ຕ້ານ HIV/AIDS ທົ່ວໂລກຂອງ ອາເມລິກາ.
(ພາບ: Lam Khanh/TTXVN)
(vovworld) - ຕອນບ່າຍວັນທີ 7/5, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທັງເປັນປະທານຄະນະກຳມະການແຫ່ງຊາດປ້ອງກັນ, ຕ້ານ HIV/AIDS, ຢາເສບຕິດ ແລະ ໂສເພນີ ໄດ້ໃຫ້ການຕ້ອນຮັບທ່ານ Eric Goosby, ທູດປ້ອງກັນ, ຕ້ານ HIV/AIDS ທົ່ວໂລກຂອງ ອາເມລິກາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ອະນຸມັດຜ່ານຍຸດທະສາດແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານ HIV ຮອດປີ 2020; ປັບປຸງຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ HIV/AIDS ແລະ ສຸມໃສ່ວຽກງານກຽມເພື່ອປ້ອງກັນປິ່ນປົວພະຍາດຂອງສະຕະວັດໃຫ້ແກ່ບັນດາທ້ອງຖິ່ນຈຸດສຸມ. ເພື່ອຮັກສາໝາກຜົນທີ່ບັນລຸໄດ້ຢ່າງໝັ້ນຄົງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ອາເມລິກາ ສືບຕໍ່ໜູນຊ່ວຍ ຫວຽດນາມໃນການສະໜອງຢຸກຢາກ່ຽວກັບການປ້ອງກັນ, ສະກັດກັ້ນ HIV... ທ່ານທູດ Eric Goosby ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍ ຫວຽດນາມ ປ້ອງກັນ, ສະກັດກັ້ນພະຍາດນີ້, ພ້ອມທັງປາດຖະໜາວ່າ ຫວຽດນາມ ສືບຕໍ່ມານະພະຍາຍາມສ້າງສຳເລັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ HIV/AIDS.
ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Tsuno Motonori, ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນ ຍີ່ປູ່ນ (ຫຼື JICA) ປະຈຳ ຫວຽດນາມ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ: ດ້ວຍຄວາມເຫັນດີເຫັນພ້ອມຢ່າງສູງຂອງການນຳ ແລະ ປະຊາຊົນ 2 ປະເທດ, ການພົວພັນ ຫວຽດນາມ - ຍີ່ປູ່ນ ສືບຕໍ່ເພີ່ມທະວີ ແລະ ພັດທະນາໃນທຸກຂົງເຂດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ ຍີ່ປູ່ນ ສືບຕໍ່ຮັກສາ ແລະ ເພີ່ມແຫຼ່ງທຶນໜູນຊ່ວຍພັດທະນາ ODA ໃຫ້ແກ່ ຫວຽດນາມ ໃນລະດັບສູງ, ຮ່ວມມືຜັນຂະຫຍາຍບັນດາໂຄງການມີຂອບຂະໜາດໃຫຍ່, ພິເສດແມ່ນພື້ນຖານໂຄງລ່າງ ແລະ ພະລັງງານ.