ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຮຸ່ງກາລີ
(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ທ່ານນາງ Torda Eszter, ເອກອັກຄະລັດຖະທູດຮົງກາລີ ປະຈຳຫວຽດນາມ)
(vovworld) – ຕອນບ່າຍວັນທີ 30/07, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Torda Eszter, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສ.ຮຸ່ງກາລີ ປະຈຳຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງບົດບາດຂອງສະຖານທູດຮຸ່ງກາລີ ປະຈຳຫວຽດນາມ ໃນການປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນລະຫວ່າງກະຊວງຍຸຕິທຳ ແລະ ບັນດາອົງການພາຍໃນຂອງລັດຖະບານຫວຽດນາມ ແລະ ຮຸ່ງກາລີ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຮຸ່ງກາລີ ສືບຕໍ່ຍູ້ແຮງການລົງນາມໃນສັນຍາແມ່ກ່ຽວກັບດ້ານການເງິນກັບຫວຽດນາມ ເພື່ອຮັບປະກັນຮັກສາແຫຼ່ງທຶນໃຫ້ແກ່ບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໜູນຊ່ວຍຫວຽດນາມ ໃນບັນດາໂຄງການທີ່ກ່ຽວຂ້ອງເຖິງການສ້າງພື້ນຖານດ້ານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ແລກປ່ຽນບົດຮຽນໃນວຽກງານສ້າງກົດໝາຍ, ປະຕິຮູບຕຸລາການ.
ທ່ານນາງ Torda Eszter ເນັ້ນໜັກວ່າ, ການຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ຮຸ່ງກາລີ ຈະສືບຕໍ່ເພີ່ມທະວີຜ່ານບັນດາການເຄື່ອນໄຫວຮ່ວມມືລະອຽດ.