ຮອງນາຍົກລັດຖະມົນຕີ ຫວູ້ວັນນິງໃຫ້ການ ຕ້ອນຮັບປະທານ ກຸ່ມບໍລິສັດ Kraig Biocraft Laboratores-ອາເມລິກາ


ຮອງນາຍົກລັດຖະມົນຕີ ຫວູ້ວັນນິງໃຫ້ການ ຕ້ອນຮັບປະທານ ກຸ່ມບໍລິສັດ Kraig Biocraft Laboratores-ອາເມລິກາ - ảnh 1
(ພາບ:radio.vn)

 (vovworld) – ຕອນ​ເຊົ້າວັນ​ທີ 8/1, ທ່ານ​ການ​ຕ້ອນຮັບ​ທ່ານ Kim Thompson ປະທານ​ກຸ່ມ​ບໍລິສັດ Kraig Biocraft Laboratores-ອາ​ເມ​ລິ​ກາ ພວມຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ​ ​ໄດ້​ຕີ​ລາຄາ​ສູງ​ເລື່ອ​ງ​ກຸ່ມ​ບໍລິສັດ Kraig Biocraft Laboratores ​ເລືອກ​ເຟັ້ນມາ​ລົງທຶນ​ຢູ່​ຫວຽດນາມ ​ແລະ ​ໄດ້​ລົງທຶນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເຂົາການ​ຜະລິດ, ຍົກ​ສູງ​ຄຸນຄ່າ​ຜະລິດ​ຕະພັນ ​ແລະ ລາຍ​ຮັບ​ຂອງ​ຊາວ​ກະສິກອນ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ​ ​ເນັ້ນໜັກ​ວ່າ: ບັນດາ​ທ່າ​ໄດ້​ປຽບ​ດ້ານ​ຕະຫຼາດ​ຂອງ Kraig Biocraft Laboratores ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຜະລິດ ​ແລະ ​ແນະນນຳ​ບັນດາ​ຜະລິດ​ຕະພັນ​ແພ​ໄໝ​ຂອງ​ຫວຽດນາມ ກັບ​ໂລກ.

  Kraig Biocraft Laboratores ​ແມ່ນ​ກຸ່ມ​ບໍລິສັດ​ຜະລິດ​ແພ​ໄໝ​ມີ​ຄຸນ​ນະພາ​ບສູງ​ທີ່​ສຸດ​ໃນ​ໂລກ. ​ທ່ານ Kim Thompson ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ແຫ່ງ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃຫ້​ແກ່​ຂົງ​ເຂດ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ບໍລິສັດ​ນີ້./.

ຂ່າວ/ບົດ​ອື່ນ