ຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບປະທານ, ທັງເປັນຜູ້ອຳນວຍການໃຫຍ່ອົງການ ສົ່ງເສີມການຄ້າຍີ່ປຸ່ນ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບປະທານ, ທັງເປັນຜູ້ອຳນວຍການໃຫຍ່ອົງການ ສົ່ງເສີມການຄ້າຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນ​ນິງ ​​ຕ້ອນຮັບ​​ປະທານ,
ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ
(ພາບ: cpv.org.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 12/07, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີຫວຽດນາມ ຫວູວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ​​ປະທານ, ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) Hiroyuki Ishige. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໃນ​ທົ່ວ​​ໂລກ, JETRO ຈະ​ຊ່ວຍ​ສົ​່ງ​ເສີມ​ບໍ່​ພຽງ​ແຕ່​ວິ​ສາ​ຫະກິດ​ຂອງ​ຍີ່ປຸ່ນ ​ລົງທຶນ​ເຂົ້າ​ຫວຽດນາມ ເທົ່າ​ນັ້ນ, ຫາກ​ຍັງ​ມີທັງ​ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ມາ​ຊອກ​ຫາ​ກາລະ​ໂອກາດ, ຮ່ວມ​ມື​ລົງທຶນ​ຢູ່​ຫວຽດນາມ ອີກ​ດ້ວຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ ຍາມ​ໃດລັດຖະບານ​ຫວຽດນາມ ກໍ​ເຄົາລົບ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ບັນດາ​ນັກ​ລົງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສືບ​ຕໍ່​ສ້າງສຳ​ເລັດ​ກົນ​ໄກ​ນະ​ໂຍບາຍ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ, ສະ​ເໝີ​ພາບ​ລະຫວ່າ​ບັນດາ​ນັກ​ລົງທຶນ​ສາກົນ, ​ໃນ​ນັ້ນ​ແມ່ນ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ