(vovworld) – ຕອນເຊົ້າວັນທີ 22/07, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຮາຍ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີຜູ້ຮັບຜິດຊອບດ້ານການຄ້າ, ສົ່ມເສີມການທ່ອງທ່ຽວ ແລະ ຊາວຝລັ່ງອາໄສຢູ່ຕ່າງປະເທດ, ຂຶ້ນກັບກະຊວງການຕ່າງປະເທດ ແລະ ພັດທະນາສາກົນຝລັ່ງ ທ່ານນາງ Fleur Pellerin, ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຮາຍ ຢືນຢັນວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຝລັ່ງ ເປັນສຳຄັນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງການຮ່ວມມືດ້ານເສດຖະກິດແມ່ນຂົງເຂດເສົ້າຄຳ້ໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຝລັ່ງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງເລື່ອງຝລັ່ງ ສືບຕໍ່ຮັກສາຄຳໝັ້ນສັນຍາຊ່ວຍເຫຼືອທຶນ ODA ແລະ ສະເໜີໃຫ້ຝລັ່ງ ສືບຕໍ່ສົມທົບກັບບັນດາຄູ່ຮ່ວມມືຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືຢູ່ຫວຽດນາມ ບັນລຸປະສິດທິຜົນ.
ສ່ວນທ່ານນາງ Fleur Pellerin ປາດຖະໜາວ່າ ລັດຖະບານຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ມີບັນດາມາດຕະການແກ້ໄຂກ່ຽວກັບກົນໄກນະໂຍບາຍ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຝລັ່ງ ສືບຕໍ່ຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ໃນໄລຍະຍາວນານ.