![ຮອງປະທານປະເທດດັ້ງທິງອກທິ້ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຫວີງລອງ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_08_09/vov_ba_dang_ngoc_thinh_fqqf.jpg)
ທ່ານນາງ ດັ້ງທິງອກທິ້ງທີ່ກອງປະຊຸມ
(vovworld) – ທີ່ການພົບປະກັບຜູ້ມີສິດເລືອກຕັ້ງແຂວງ ຫວີງລອງ ໃນຕອນເຊົ້າວັນທີ 9/8, ມີຫຼາຍຄຳເຫັນປະກອບກ່ຽວຂ້ອງເຖິງບັນຫາມົນລະພິດສິ່ງແວດລ້ອມ, ຄວາມປອດໄພດ້ານອາຫານ, ເສີມຂະຫຍາຍສິດປະຊາທິປະໄຕ, ເບິ່ງແຍງດູແລຖັນແຖວພະນັກງານ, ລັດຖະກອນ. ໂດຍຮັບເອົາບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢັ້ງຢືນຈະພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ຫົວໜ່ວຍແຂວງ ຫວີງລອງ ມີຄຳເຫັນ, ຄຳປະກອບແທດຈິງຕໍ່ສະພາແຫ່ງຊາດ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງວຽກງານວາງແຜນຜັງ, ແຕ່ງຕັ້ງພະນັກງານ ທັງມີຈັນຍາບັນທັງມີຄວາມເກັ່ງກ້າສາມາດ, ສຸດຈິດສຸດໃຈເພື່ອປະເທດຊາດ, ເພື່ອປະຊາຊົນ.