30 ປິ​ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ -ກ​ຣົວ​ຊີ: ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກ​ຣົວ​ຊີ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວ​ມ​ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໝາຍ

(VOVWORLD) - ທ່ານລັດຖະມົນຕີ Gordan Grlic Radman  ຕີລາຄາວ່າ ສອງປະເທດ ໄດ້ເພີ່ມທະວີການພົວພັນສອງຝ່າຍຫຼາຍພໍສົມຄວນ ເຊິ່ງໄດ້ສ້າງຂີດໝາຍດ້ວຍບັນດາການແລກປ່ຽນ ແລະ ຄຳໝັ້ນສັນຍາຂັ້ນສູງກ່ຽວກັບເສດຖະກິດ, ວັດທະນະທຳ ແລະ ການທູດ.
30 ປິ​ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ -ກ​ຣົວ​ຊີ: ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກ​ຣົວ​ຊີ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວ​ມ​ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໝາຍ - ảnh 1ພາບປະກອບ: AFP/TTXVN

ປີ 2024 ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ແລະ ກຣົວຊີ ສ້າງຕັ້ງການພົວພັນທາງການທູດ (1/7/1994 – 1/7/2024). ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ແລະ ບັນດາບັນຫາເອີລົບ ກຣົວຊີ Gordan Grlic Radman ໄດ້ແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເອີລົບໃຕ້ກ່ຽວກັບບັນດາຜົນງານທີ່ບັນລຸໄດ້ ແລະ ແງ່ຫວັງໃນການຮ່ວມມື ລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ກ່ຽວກັບການພັດທະນາ ແລະ ຜົນສຳເລັດຂອງການພົວພັນສອງປະເທດ ລະຫວ່າງ ຫວຽດນາມ ແລະ ກຣົດຊີ ໃນ 30ປີຜ່ານມາ, ທ່ານລັດຖະມົນຕີ Gordan Grlic Radman  ຕີລາຄາວ່າ ສອງປະເທດ ໄດ້ເພີ່ມທະວີການພົວພັນສອງຝ່າຍຫຼາຍພໍສົມຄວນ ເຊິ່ງໄດ້ສ້າງຂີດໝາຍດ້ວຍບັນດາການແລກປ່ຽນ ແລະ ຄຳໝັ້ນສັນຍາຂັ້ນສູງກ່ຽວກັບເສດຖະກິດ, ວັດທະນະທຳ ແລະ ການທູດ. ກ່ຽວກັບບຸລິມະສິດຂອງ ກຣົວຊີ ໃນການພົວພັນກັບ ຫວຽດນາມ ໃນປີ 2024 ແລະ ຊຸມປີຕໍ່ໄປ, ທ່ານລັດຖະມົນຕີກຣົວຊີ Gordan Grlic Radman  ໃຫ້ຮູ້ວ່າ ກຣົວຊີ ໄດ້ວາງເປົ້າໝາຍເພີ່ມທະວີ ແລະ ຫັນການພົວພັນກັບ ຫວຽດນາມ ເປັນຫຼາຍຮູບຫຼາຍແບບໃນຂົງເຂດຫຼັກແຫຼ່ງຈຳນວນໜຶ່ງ. ຈຸດສຸມຂອງ ກຣົວຊີ ແມ່ນເພີ່ມທະວີການຮ່ວມມືດ້ານເສດຖະກິດດ້ວຍວິທີການນຳໃຊ້ທີ່ຕັ້ງຍຸດທະສາດຂອງ ກຣົດຊີ ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ເອີຣົບ. ກຣົວຊີ ກໍ່ປາດຖະໜາຢາກເປີດກວ້າງການແລກປ່ຽນວັດທະນະທຳ, ວິທະຍາສາດ ແລະ ການສຶກສາ ເພື່ອຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງສອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ