ຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້ຕ້ອນຮັບຫົວໜ້າອົງການກວດສອບບັນຊີແຫ່ງລັດອິນເດຍ

(VOVWORLD) -ຕອນບ່າຍວັນທີ 05 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ໋າຕິ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດສອບບັນຊີແຫ່ງລັດອິນເດຍ ໂດຍທ່ານຫົວໜ້າອົງການກວດຊອບບັນຊີແຫ່ງລັດ ແລະ ກວດກາອິນເດຍ Shri Shashi Kant Sharma ເປັນຫົວໜ້າຄະນະ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້ຕ້ອນຮັບຫົວໜ້າອົງການກວດສອບບັນຊີແຫ່ງລັດອິນເດຍ - ảnh 1ທ່ານຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້

ຕ້ອນຮັບຫົວໜ້າອົງການກວດສອບບັນຊີແຫ່ງລັດອິນເດຍ

(ພາບ: daibieunhandan.vn)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ປາດຖະໜາວ່າ, 2 ຝ່າຍສືບຕໍ່ຮັກສາ, ຕັ້ງໜ້າພັດທະນາທ່ວງທ່າການພົວພັນ; ເພີ່ມທະວີຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ; ສູ້ຊົນນຳການຮ່ວມມືດ້ານເສດຖະກິດເຂົ້າສູ່ລວງເລິກ, ແທດຈິງກວ່າ, ໂດຍສະເພາະແມ່ນນຳວົງເງິນການຄ້າ 2 ສົ້ນໃຫ້ສູງຂຶ້ນ ແລະ ເປັນປົກກະຕິໃນປີ 2018. ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ສະເໜີອົງການກວດຊອບບັນຊີແຫ່ງລັດ 2 ປະເທດ ມີການຮ່ວມມືໃນຂອບເຂດ 2 ຝ່າຍກໍ່ຄືຫຼາຍຝ່າຍຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ