ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄດ້ໃຫ້ການຕ້ອນຮັບທ່ານນາງ Pamela Cox ຮອງປະທານ WB
ພາບ: cpv.org.vn |
(vovworld) - ຕອນເຊົ້າວັນທີ 25/7 ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Nguyen Thi Kim Ngan ໄດ້ໃຫ້ການຕ້ອນຮັບທ່ານນາງ Pamela Cox ຮອງປະທານທະນາຄານໂລກ (WB) ຮັບຜິດຊອບເຂດອາຊີຕາເວັນອອກ ແລະ ປາຊີຟິກ ພວມຢູ່ຢ້ຽມຢາມ ຫວຽດນາມ. ເມື່ອແລກປ່ຽນກັບທ່ານຮອງປະທານທະນາຄານໂລກ, ທ່ານນາງ Nguyen Thi Kim Ngan ໃຫ້ຮູ້ວ່າ: ຫວຽດນາມ ພວມສ້າງລະບອບນະໂຍບາຍກົດໝາຍ, ພັດທະນາພື້ນຖານໂຄງລ່າງ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ສະນັ້ນ ໃນໄລຍະຈະມາເຖິງ ຫວຽດນາມ ປາດຖະຫນາ WB ສືບຕໍ່ຮ່ວມມືໃນບັນດາໂຄງການກ່ຽວຂ້ອງເຖິງການປະຕິຮູບການລົງທຶນຂອງລັດ, ຂົງເຂດທະນາຄານການເງິນ, ສ້າງລະບົບວິສາຫະກິດຄືນໃຫມ່, ກໍ່ສ້າງພື້ນຖານໂຄງລ່າງເຕັກນິກ. ທ່ານນາງ Pamela Cox ໃຫ້ຮູ້ວ່າ: ທະນາຄານໂລກ ຈະສືບຕໍ່ເພີ່ມທະວີການຮ່ວມມືກວ່າອີກໃນການຊ່ວຍເຫລືອ ຫວຽດນາມ ຜ່າຜ່າສິ່ງທ້າທາຍໃນວິວັດການພັດທະນາເສດຖະກິດສັງຄົມກໍຄືພ້ອມແລ້ວຫນູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາໃຫ້ສຳເລັດຜົນ.