ຮອງປະທານສະພາແຫ່ງຊາດ Tong Thi Phong ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ຕ້ອນຮັບທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຫົວໜ້າກຳມາທິການ ເສດຖະກິດ - ແຜນການ - ການເງິນສະພາແຫ່ງຊາດລາວ
(ພາບ : chinhphudientu)
|
Vovworld- ວັນທີ 23/8, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຫົວໜ້າກຳມາທິການ ເສດຖະກິດ - ແຜນການ - ການເງິນເປັນຫົວໜ້າຄະນະ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ໄດ້ແຈ້ງໃຫ້ ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ຮັບຊາບກ່ຽວກັບຈຸດປະສົງ ຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມຄັ້ງນີ້ິ້ ແມ່ນເພື່ອແລກປ່ຽນບົດຮຽນກະກຽມ ໃຫ້ແກ່ການ ຈັດຕັ້ງກອງ ປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ-ເອີລົບຄັ້ງທີ່ 7 ( ASEP 7 ) ຢູ່ລາວໃນເວລາທີ່ຈະມາເຖິງ; ບົດຮຽນໃນການເຈລະຈາ ແລະ ເຂົ້າເປັນສະມາຊິກ WTO , ທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຫົວໜ້າກຳມາທິການ ເສດຖະກິດ - ແຜນການ - ການເງິນ ສະພາແຫ່ງຊາດລາວສະແດງຄວາມຫວັງວ່າ ຈະໄດ້ການຊ້ວຍເຫຼືອຈາກຫວຽດນາມໃນການກະກຽມດ້ານເນື້ອໃນ, ພິທີການ, ແລະ ວິທີຈັດຕັ້ງບັນດາເຫດການທີ່ສຳຄັນນີ້. ເມື່ອຕີລາຄາການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມຂອງຄະນະຄັ້ງນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ໄດ້ຢືນຢັນວ່າ ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສົມທົບ, ຊ່ວຍເຫຼືອປະເທດເພື່ອນລາວຈັດຕັ້ງບັນດາເຫດການສາກົນທີ່ສຳຄັນໃນເວລາທີ່ຈະມາເຖິງ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ສະເໜີໃຫ້ 2 ຝ່າຍຈົ່ງຕັ້ງໜ້າກວດກາເນື້ອໃນຕ່າງໆ ຊຶ່ງຍັງບໍ່ທັນປະຕິບັດ, ເຮັດສຳເລັດບັນດາວຽກງານກະກຽມເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການສູງສຸດ, ນັ້ນແມ່ນຈັດຕັ້ງກອງປະຊຸມ ASEP 7 ກໍຄືບັນດາການເຄື່ອນໄຫວອື່ນໆໃນປີ ASEM ຂອງລາວຢ່າງສຳເລັດຜົນ.