(vovworld) - ໂດຍສືບຕໍ່ລາຍການພົບປະຜູ້ມີສິດເລືອກຕັ້ງແຂວງດັກລັກ, ຕອນບ່າຍວັນທີ 27/9, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Tong Thi Phong ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງດັກລັກ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ກອງບັນຊາການທະການຊາຍແດນແຂວງ. ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາງຮອງປະທານສະພາແຫ່ງຊາດ Tong Thi Phong ໄດ້ເນັ້ນນັກວ່າ, ນີ້ແມ່ນກອງປະຊຸມທີ່ມີຄວາມໝາຍພິເສດ, ເມື່ອເຕື້ອງເຖິງບັນດາບັນຫາສຳຄັນຂອງປະເທດຊາດຄື: ບັບປຸງລັດຖະທຳມະນູນ, ປ່ອນບັດໄວ້ວາງໃຈຕໍ່ພະນັກງານຄຸ້ມຄອງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ແລະ ຮັບຮອງເອົາ… ທ່ານນາງຮອງປະທານສະພາແຫ່ງຊາດ Tong Thi Phong ກ່າວວ່າ.
“ເລື່ອງປ່ອນບັດໄວ້ວາງໃຈແມ່ນບັນດາບັນຫາໃຫຍ່ຫຼວງ, ແລະ ໃໝ່ອ່ຽມ. ແຕ່ເລື່ອງປ່ອນບັດໄວ້ວາງໃຈ ເພື່ອຕີລາຄາຄວາມໄວ້ເນື້ອເຊື່ອໃຈ, ພາຍຫຼັງ 2 ປີ ແມ່ນຕໍ່າກວ່າ 50% ກໍແມ່ນບັນຫາຕ້ອງຄົ້ນຄວ້າຢ່າງລະມັດລະວັງນັບທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ. ຈາກບັນດາສິ່ງດັ່ງກ່າວ, ໃນໄລຍະຈະມາເຖິງ ສະພາແຫ່ງຊາດຈະເສີມຂະຫຍາຍບົດບາດຕິດຕາມກວດກາຂອງບັນດາອົງການໃນສະພາແຫ່ງຊາດ, ບົດບາດຂອງສະພາຊົນເຜົ່າສະພາແຫ່ງຊາດ ໃນວຽກງານເພີ່ມທະວີການອະພິປາຍຂອງບັນດາສະມາຊິກລັດຖະບານຕໍ່ສະພາແຫ່ງຊາດ, ຫຼັງຈາກນັ້ນເພີ່ມທະວີການຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ບັນດາສະມາຊິກລັດຖະບານ ຢູ່ທີ່ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ, ເພື່ອມຸ່ງໄປເຖິງບັນດາວາລະຊັກຖາມຂອງສະພາແຫ່ງຊາດ ຈະໄດ້ຮັບການຍົກສູງຄຸນະພາບໃນລະດັບມະຫາພາກ.”