ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ພົບປະກັບຜູ້ມີສິດ ເລືອກຕັ້ງແຂວງເບັນແຈ
![ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ພົບປະກັບຜູ້ມີສິດ ເລືອກຕັ້ງແຂວງເບັນແຈ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_12_04/cu_tri_ben_tre_tr_almw.jpg)
(ພາບ: vov)
(vovworld)– ຕອນເຊົ້າວັນທີ 4/12, ຢູ່ແຂວງເບັນແຈ, ທ່ານນາງຫງວຽນທິກີມເງິນ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດແຂວງເບັນແຈ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງບາຈີ ກ່ວາ 200 ຄົນເພື່ອລາຍງານໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ຜູ້ມີສິດເລືອກຕັ້ງຕີລາຄາສູງໝາກຜົນສະໄຫມປະຊຸມຜ່ານມາ, ສະແດງຄວາມເອົາໃຈໃສ່ຕໍ່ການຊັກຖາມ ແລະ ຕອບຄຳຊັກຖາມຂອງ ສສຊ ແລະ ບັນດາສະມາຊິກລັດຖະບານ, ທ່ານນາຍົກລັດຖະມົນຕີ. ບັນດາຜູ້ມີສິດເລືອກຕັ້ງແຂວງເບັນແຈ ກໍ່ເຫັນດີເປັນເອກະສັນສູງກັບໝາກຜົນຂອງການລົງຄະແນນສຽງໄວ້ວາງໃຈບັນດາພະນັກງານຂັ້ນສູງ.
ຕາງໜ້າໃຫ້ຄະນະຜູ້ແທນ ສສຊ, ທ່ານນາງຫງວຽນທິກີມເງິນ ຮັບຮູ້ບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສ່ອງແສງເຖິງສະພາແຫ່ງຊາດໃນສະໄໝປະຊຸມຄັ້ງຕໍ່ໄປ. ໃນວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກີມເງິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງຢົ່ງຈົມ./.