ຮ່າງມະຕິໃໝ່ຢຸດຕິ ສະພາບໃຊ້ຄວາມ ຮຸ້ນແຮງທີ່ພວມເກີດຂື້ນຢູ່ ຊີຣີ

ຮ່າງມະຕິໃໝ່ຢຸດຕິ ສະພາບໃຊ້ຄວາມ ຮຸ້ນແຮງທີ່ພວມເກີດຂື້ນຢູ່ ຊີຣີ - ảnh 1
( ສະພາບ​ໃຊ້​ຄວາມ​ຮຸ້ນ​ແຮງ​ທີ່​ພວມ​ເກີດ​ຂື້ນ​ຢູ່ ຊີຣີ)
( vov world )     ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ​ປະຈຳ ອາ​ເມ​ລິ​ກາ​ ​ໃຫ້​ຂ່າວ​ວາ, ວັນ​ທີ 4 ກຸມພາ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຈະ​ພິຈາລະນາ​​ຮ່າງ​​ມະຕິ​ໃໝ່​ດ້ວຍ​ຄວາມ​ວັງ​ຈະ​ຢຸດຕິ​ສະພາບ​ໃຊ້​ຄວາມ​ຮຸ້ນ​ແຮງ​ທີ່​ພວມ​ເກີດ​ຂື້ນ​ຢູ່ ຊີຣີ. ​ຮ່າງ​​ມະຕິ​ນີ້​ໄດ້​ຮັບ​ການ​ດັດ​​ແປງ​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງການ​ຄັດຄ້ານ​ຂອງ ອີຣານ. ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ສະມາຊິກ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ເວົ້າ​ວ່າ, ​ຮ່າງ​​ມະຕິ​​ໃໝ່​ຈະ​ຖືກ​ສົ່ງໃຫ້​ລັດຖະບານ​ຂອງ​ບັນດາ​ປະ​ເທດ​ນີ້​​ເພື່ອພິຈາລະນາ, ​​ແຕ່​ຍັງ​ບໍ​ທັນ​ຮູ້​ວ່າ ​ຮ່າງ​​ມະຕິ​​ນີ້​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ 15 ປະ​ເທດ​ສະມາຊິກ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​​ໄດ້​ຫຼື​ບໍ່. ວັນ​ທີ 2 ກຸມພາ​ທີ່​ຜ່ານ​ມາ, ພາຍຫຼັງ​ກອງ​ປະຊຸມ​ 3 ຄັ້ງ​ຢ່າງ​ລຽນຕິດ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດບໍ່​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​​ຮ່າງ​​ມະຕິ​ໂດຍ​ສະຫະພັນ ອາຣັບ ​ແລະ ​ເອີ​ລົບ ສະໜັບສະໜູນ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອກ​ຢູ່ ຊີຣີ. ລັດ​ເຊຍ, ​ແມ່ນ​ໜື່ງ​ໃນ 5 ປະ​ເທດ​​ປະຈຳ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ເວົ້າ​ວ່າ, ປະ​ເທດ​ນີ້​ຈະ​ຄັດ​ຄ້ານທຸກ​ຄຳ​ປະ​ໂຫຍ​ດໃດໆ​ໃນ​ຮ່າງ​​ມະຕິ​ທີ່​​ເວົ້າ​ເຖິງ​ການ​ປ່ຽນ​ແປງ​ລະບອບ ຫຼື​ແຊກ​ແຊງ​ດ້ານ​ການ​ທະຫານ​ຈາກ​ຕ່າງປະ​ເທດ​ຕ້ານ ຊີຣີ.
ຂ່າວ/ບົດ​ອື່ນ