(vovworld) - ໃນລະຫວ່າງວັນທີ 28 - 29/8, ຄະນະຜູ້ແທນພະແນກຍຸດຕິທຳນະຄອນຫຼວງວຽງຈັນ ໂດຍທ່ານ ບຸນຊ່ວງ ທະວີສັກ, ຫົວໜ້າພະແນກຍຸດຕິທຳນະຄອນວຽງຈັນ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບພະແນກຍຸດຕິທຳນະຄອນຮ່າໂນ້ຍ, ເພື່ອແນໃສ່ແລກປ່ຽນບົດຮຽນໃນຂົງເຂດຍຸດຕິທຳ. ທີ່ການເຮັດວຽກ, ຜູ້ຕາງໜ້າພະແນກຍຸດຕິທຳສອງຝ່າຍ ໄດ້ແລກປ່ຽນບົດຮຽນໃນການປະຕິບັດບັນດາການເຄື່ອນໄຫວດ້ານວິຊາການຂອງຂະແໜງ. ທ່ານ ບຸນຊ່ວງ ທະວີສັກ, ຫົວໜ້າພະແນກຍຸດຕິທຳນະຄອນວຽງຈັນ ໃຫ້ຮູ້ວ່າ: ປະຈຸບັນ, ບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່, ສຶກສາດ້ານກົດໝາຍຂອງລາວ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພາະສະນັ້ນ, ບັນດາບົດຮຽນ, ຮູບແບບ, ວິທີປະຕິບັດໄດ້ດີ ເຊິ່ງພະແນກຍຸດຕິທຳຮ່າໂນ້ຍ ໄດ້ແບ່ງປັນຂັ້ນ ຈະປະກອບສ່ວນຢ່າງແທດຈິງຊ່ວຍໃຫ້ວຽງຈັນ ຍົກສູງປະສິດທິຜົນໃນການເຄື່ອນໄຫວວຽກງານນີ້ ໃນໄລຍະຈະມາເຖິງ, ແນໃສ່ຮັບໃຊ້ປະຊາຊົນນະຄອນຫຼວງວຽງຈັນ ໃຫ້ດີກວ່າ ແລະ ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈກົດໝາຍກວ່າເກົ່າ.