ນາຍົກລັດຖະມົນຕີ ເກຼັກ Alexis Tsipras
(ພາບ: AFP/TTXVN)
|
(vovworld) – ວັນທີ 9/6, ເກຼັກ ໄດ້ນຳສະເໜີແຜນການປະຕິຮູບໃໝ່ ຕໍ່ສະຫະພາບ ເອີລົບ (EU) ແລະ ກອງທຶນເງິນຕາສາກົນ (IMF) ພາຍຫຼັງນາຍົກລັດຖະມົນຕີ ເກຼັກ Alexis Tsipras ກ່າວເຕືອນເລື່ອງປະເທດນີ້ບໍ່ບັນລຸໄດ້ຂໍ້ຕົກລົງກັບບັນດາເຈົ້າໜີ້ສາກົນ ອາດຈະພາໄປເຖິງການລົ້ມລະລາຍພາກພື້ນເຂດນຳໃຊ້ສະກຸນເງິນ ເອີໂຣລວມ (eurozone). ຜູ້ທີ່ປຶກສາຂອງທ່ານນາຍົກລັດຖະມົນຕີ Alexis Tsipras, ທ່ານ Nikos Pappas ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Euclid Tsakalotos ໄດ້ຮຽບຮຽງເອກະສານ 2 ສະບັບເພີ່ມເຕີມກ່ຽວກັບບັນດາຂໍ້ສະເໜີປະຕິຮູບໃໝ່ຂອງ ເກຼັກ ແລະ ສົ່ງເຖິງກຳມະການ ອີຢູ ຮັບຜິດຊອບບັນຫາເງິນຕາ Pierre Moscovici. ຈຸດທີ່ຫຼັກແຫຼ່ງໃນຂໍ້ສະເໜີໃໝ່ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມຂອງ ອາແທນ ເພື່ອແນໃສ່ຕໍ່ກຳນົດເວລາຊຳລະບ້ວງໜີ້ໃຫ້ແກ່ທະນາຄານສູນກາງ ເອີລົບ (ECB) ໃນລະດູຮ້ອນປີນີ້, ຊິ່ງເຄີຍຖືກຖືວ່າເປັນໄພອັນຕະລາຍຈະຍູ້ ເກຼັກ ຕົກເຂົ້າສູ່ສະພາບລົ້ມລະລາຍ.