ເຈົ້າໜ້າທີ່ອາຊຽນ ຈັດກອງປະຊຸມຈັດກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 20
ນັກຂ່າວ VOV ປະຈຳ ກຳປູເຈຍ -  
ພາບປະກອບ
ບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ ຮັບຜິດຊອບບັນຫາເສດຖະກິດ, ຄວາມໝັ້ນຄົງ ແລະ ວັດທະນະທຳສັງຄົມຂອງບັນດາປະເທດອາຊຽນ ເລີ່ມຈັດການປະຊຸມຢູ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ເພື່ອກະກຽມໃຫ້ແກ່ໂຄງການດຳເນີນງານ ແລະ ເອກະສານໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 20 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊື່ງຄາດວ່າຈະດຳເນີນໃນວັນທີ 3-4/4 ທີ່ຈະມາເຖິງ. ຕາມແຜນການແລ້ວ, ໃນການປະຊຸມຮ່ວມ ແລະ ໃນກອງປະຊຸມທີ່ກ່ຽວຂ້ອງຕ່າງໆ, ບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ ຈະປຶກສາຫາລື ແລະ ກະກຽມເອກະສານທີ່ກ່ຽວຂ້ອງເຖິງບັນດາຂົງເຂດເສດຖະກິດ, ຄວາມໝັ້ນຄົງ ແລະ ວັດທະນະທຳສັງຄົມ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ສຳລັບບັນຫາປ້ອງກັນຄວາມສະຫງົບ, ບັນດາເຈົ້າໜ້າທີ່ຈະປຶກສາຫາລືກ່ຽວກັບເອກະສານຕ່າງໆທີ່ກ່ຽວຂ້ອງເຖິງລະບຽບການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ, ການສ້າງຕັ້ງສະຖາບັນອາຊຽນກ່ຽວກັບສັນຕິພາບ….ໃນບັນຫາວັດທະນະທຳ-ສັງຄົມ, ບັນດາເຈົ້າໜ້າທີ່ຈະຊັບຊ້ອນບາງເອກະສານທີ່ກ່ຽວຂ້ອງເຖິງຄຳນິຍາມບັນດາວິສາຫະກິດວັດທະນະທຳຂະໜາດກາງ ແລະ ຂະໜາດໜ້ອຍ, ບັນດາງານບຸນວັດທະນະທຳສິລະປະພາກພື້ນອາຊຽນ ກໍຄືບັນຫາຄົນເຂົ້າເມືອງ, ຢາເສບຕິດ, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາແມ່ຍິງ, ເດັກນ້ອຍ….
ນັກຂ່າວ VOV ປະຈຳ ກຳປູເຈຍ