ເຊີດຊູຜະລິດຕະພັນ, ການບໍລິການຫວຽດ ນາມໄດ້ຮັບຄວາມນິຍົມ


ເຊີດຊູຜະລິດຕະພັນ, ການບໍລິການຫວຽດ ນາມໄດ້ຮັບຄວາມນິຍົມ - ảnh 1

(ພາບ: VGP/Lê Sơn )

(vovworld) –​​​​ຕອນ​ເຊົ້າວັນ​ທີ 23/8, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ສົມທົບ​ກັບ​ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ກະຊວງ​ຖະ​ແຫຼ​ງ ຂ່າວ ​ແລະ ສື່ສານ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ແລະ ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ​ໄດ້​ຈັດ​ພິທີເຊີດ​ຊູ​ຜະລິດ​ຕະພັນ, ການ​ບໍລິການ​ຫວຽດນາມ​ ໄດ້​ຮັບ​ຄວາມ​ນິຍົມຄັ້ງທີ 2 ປີ 2014.

  ກ່າວ​ຄຳ​ເຫັນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ເນັ້ນໜັກ​ວ່າ: ບັ້ນຂົນຂວາຍ​ຊາວ​ຫວຽດນາມ ບຸລິມະສິດ​ຊົ​ມ​ໃຊ້​ສິນຄ້າ​ຫວຽດນາມ ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​ຈາກ​ບັນດາ​ຂັ້ນ, ຂະ​ແໜງ​ການ ​ແລະ ປຊຊ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ. ບັ້ນຂົນຂວາຍ​ຕ້ອງ​ໄດ້​ດຳ​ເນີນ​ໄປ​ເປັນ​ປະຈຳ, ຕໍ່​ເນື່ອງ, ຍາວ​ນານ​ດ້ວຍ​ບັນດາ​ຮູບ​​ແບບ​ທີ່​ເໝາະ​ສົ​ມ​ເພື່ອ​ແນ​ໃສ່ກຳນົດ​ທິດ, ​ໂຄສະນາ​ການ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ ຢ່າງ​ເລິກ​ເຊິ່ງກ້ວາງ​ຊວາງ, ສ້າງ​ການ​ພັດທະນາໝັ້ນຄົງ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ຊີ້​ແຈ້ງວ່າ:

   “ຂ້າພະ​ເຈົ້າສະ​ເໜີ​ບັນດາ​ອົງ​ການ, ຫົວໜ່ວຍ, ສວ່ນບຸກຄົນ​ຕ້ອງ​ກ່າ​ວຜູກ​ໂທດ​ສິນຄ້າ​ເຖື່ອນ, ສິນຄ້າ​ປອມ, ການ​ດຳ​ເນີນ​ທຸລະ​ກິດ​ຜິດ​ກົດໝາຍ ​ແລະ ສ້າງ​ທຸກ​ເງື່ອນ​ໄຂອຳນວຍ​ຄວາ​ມສະດວກ​ໃຫ້​ສິນຄ້າ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ. ສືບ​ຕໍ່ຍູ້​ແຮງ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ໂຄສະນາ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຈິດ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂວງ​ດ້ວຍ​ຕົນ​ເອງ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ຫວຽດນາມ ​ເພື່ອ​ມີ​ສະຕິ​ຄວາມ​ຮັບ​ຮູ້​ຊົມ​ໃຊ້​ຜະລິດ​ຕະພັນ, ການ​ບໍລິການ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ“./.

ຂ່າວ/ບົດ​ອື່ນ