ເຊີດຊູ 15 ສ່ວນບຸກຄົນ ແລະ ໝູ່ຄະນະທີ່ມີຜົນງານດີເດັ່ນໃນກິດຈະການສ້າງສາປະເທດຊາດ
ພາບ:baomoi
|
(vovworld)- ລາຍການ “ສະຫງ່າລາສີ ຫວຽດນາມ” ດ້ວຍຫົວຂໍ້ວ່າ: “ການເຕີບໃຫຍ່ພ້ອມກັບປະເທດຊາດ” ຖືກດຳເນີນໄປໃນຕອນຄ່ຳວັນທີ 28/7 ຢູ່ ຮ່າໂນ້ຍ ໄດ້ເຊີດຊູ 15 ສ່ວນບຸກຄົນ ແລະ ໝູ່ຄະນະທີ່ມີຜົນງານດີເດັ່ນໃນກິດຈະການສ້າງສາປະເທດຊາດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເຂົ້າຮ່ວມລາຍການ. ບັນດາຜູ້ແທນໄດ້ຮັບການເຊີດຊູໃນຄັ້ງນີ້ລ້ວນແຕ່ແມ່ນພະນັກງານເຕີບໃຫຍ່ຈາກກຳມະກອນ, ຄົນງານໂດຍກົງ, ທ່ານໝໍ, ນັກຄົ້ນຄ້ວາວິທະຍາສາດ, ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານ ດັ້ງງອກຕຸງ, ປະທານສະຫະພັນໃຫຍ່ແຮງງານ ຫວຽນດາມ ໄດ້ເນັ້ນຫນັກວ່າ:
“ບັນດາແບບຢ່າງດີເດັ່ນໄດ້ຮັບການເຊີດຊູໃນຄັ້ງນີ້ກໍຄືຄັ້ງກ່ອນນີ້ ຈະສືບຕໍ່ເສີມຂະຫຍາຍບົດບາດກໍຄືບັນດາປັດໄຈນຳຫນ້າ, ສືບຕໍ່ສົ່ງແສງສະຫວ່າງໃນສັງຄົມ, ກາຍເປັນບຸກຄົນດີເດັ່ນຂອງຂະບວນການແຂ່ງຂັນຮັກຊາດ. ຂ້າພະເຈົ້າປາດຖະຫນາວ່າ ລາຍການສະຫງ່າລາສີ ຫວຽດນາມ ນັບມື້ນັບພັດທະນາ ແລະ ມີອິດທິພົນຊື່ສຽງໃນສັງຄົມ, ນຳຫນ້າໃນວຽກງານໂຄສະນາຂະບວນການແຂ່ງຂັນຮັກຊາດ.”