ສາດສະດາຈານ, ດຣ ຕ້າງອກເຕີນກ່າວຄຳເຫັນທີພີທີເປີດ
ພາບ:cpv.org.vn
|
(vovworld)-`ຕອນເຊົ້າວັນທີ 12/8, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງ ການປົກຄອງແຫ່ງຊາດ ໂຮ່ຈິມີນ ໄດ້ເປີດຊຸດຮຽນທິດສະດີການເມືອງໃຫ້ແກ່ພະນັກງານພັກປະຊາຊົນປະຕິວັດ ລາວ ຄັ້ງທີ 15. ກ່າວຄຳເຫັນທີພີທີເປີດ, ສາດສະດາຈານ, ດຣ ຕ້າງອກເຕີນ, ກຳມະການສູນກາງພັກ, ຫົວຫນ້າສະຖາບັນດັ່ງກ່າວໃຫ້ຮູ້ວ່າ: ຊຸດຮຽນດັ່ງກ່າວຈະດຳເນີນໄປໃນໄລຍະ 5 ເດືອນ. ບັນດາວິຊາຮຽນຈະສະຫນອງໃຫ້ແກ່ນັກຮຽນຄວາມຮູ້ກ່ຽວກັບຫລັກມູນຂອງລັດທິມາກເລນີນ, ແນວຄິດໂຮ່ຈິມີນ, ເຂົ້າໃຈກ່ຽວກັບເນື້ອແທ້ ແລະ ລັກສະນະກົດເກນຂອງບັນດາປະກົດການທຳມະຊາດ, ສັງຄົມ, ກຳໄດ້ພື້ນຖານທິດສະດີ ແລະ ພຶດຕິກຳຂອງບັນດາທັດສະນະ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ. ໃນໄລຍະຮຳ່ຮຽນ, ບັນດານັກຮຽນ ລາວ ຈະໄປຄົ້ນຄ້ວາຕົວຈິງຢູ່ຫລາຍທ້ອງຖິ່ນ, ຮາກຖານຂອງ ຫວຽດນາມ.