ບັນດາແຂກຖືກເຊີນເຂົ້າຮ່ວມພິທີເປີດສະຫລອງ
ພາບ:nhandan
|
(vovworld)- ພິທີເປີດສະຫລອງງຫ້ອງການສະຖານກົງສູນກິຕິມະສັກຂອງຫວຽດນາມຢູ່Monaco ໄດ້ດຳເນີນໄປໃນວັນທີ 21/4 ຢູ່ Monaco. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ທັງຮັບຜິດຊອບວຽກງານການທູດຢູ່ Monaco ໄດ້ອວຍພອນທ່ານ Roland de Rechniewski ໄດ້ຮັບຕຳແຫນ່ງເປັນຫົວຫນ້າສະຖານກົງສູນກິຕິມະສັກຫວຽດນາມຢູ່ Monaco ໂດຍລັດຖະບານຫວຽດນາມ ແຕ່ງຕັ້ງ ແລະ ປາດຖະຫນາວ່າ ທ່ານຈະເສີມຂະຫຍາຍບົດບາດຕັ້ງຫນ້າ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ພິເສດແມ່ນຂົວຕໍ່ເພື່ອໃຫ້ບັນດາວິສາຫະກິດ Monaco ມາຊອກຫາຕະຫລາດຫວຽດນາມ. ທ່ານ Gilles Tonelli, ລັດຖະມົນຕີການຕ່າງປະເທດ Monaco ໄດ້ຕີລາຄາວ່າ ເຫດການນີ້ມີຜົນປະໂຫຍດຕໍ່ສອງປະເທດ. ບັນດາຂົງເຂດເສດຖະກິດ, ການທ່ອງທ່ຽວ ແລະ ວັດທະນະທຳລະຫວ່າງສອງປະເທດມີແງ່ຫວັງພັດທະນາໃນອະນາຄົດ.