ເປີດສະຫຼອງຖານຂໍ້ມູນເອເລັກໂຕນິກປະກັນສັງຄົມຫວຽດນາມ

ເປີດສະຫຼອງຖານຂໍ້ມູນເອເລັກໂຕນິກປະກັນສັງຄົມຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຂົ້າ​ຮ່ວມ​ທີ່ພິ​ທີ​ເປີດ​
ສະຫຼອງ​​ຖານຂໍ້​ມູ​ນເອ​ເລັກ​ໂຕ​ນິກ​ປະ​ກັນ​ສັງ​ຄົມ ຫ​ວຽດ​ນາມ
(ພາບ: VGP)

(vovworld) - ຖານ​ຂໍ​້​ມູນ​ເອ​ເລັກ​ໂຕ​ນິກ​ປະ​ກັນ​ສັງ​ຄົມ ຫວຽດ​ນາມ ດ້ວຍ​ລະ​ຫັດ kekhai.baohiemxahoi.gov.vn ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ເລີ່ມ​ແຕ່​ວັນ​ທີ 18/5. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ປະ​ກັນ​ສັງ​ຄົມ​ ຫວຽດ​ນ​າມ ເພື່ອ​ແນ​ໃສ່​ປະ​ຕິ​ບັດໂຄງ​ການ​ສັງ​ລ​ວ​ມ​ວ່າ​ດ້ວຍ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ​​ຂອງ​ລັດ​ຖະ​ບານ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ, ສາ​ມາດ​ພົວ​ພັນ​​ຜ່ານ​ທາງ​ເຄືອ​ຂ່າຍອີນ​ເຕີ​ເນັດ. ຈຸດ​ໝາຍ​ຂອງ​ປະ​ກັນ​ສັງ​ຄົມ​ ຫວຽດ​ນາມ ແມ່ນ​ຮອດ​ທ້າຍ​ປີ 2015 ນີ້, 90% ​ຈ​ຳ​ນວນວິ​ສາ​ຫະ​ກິດ​ຈະ​ເຂົ້າ​ຮ່ວມ​ການ​ພົວ​ພັນ​ຜ່ານ​ຖານ​ຂໍ້​ມ​ູນ​ເອ​ເລັກ​ໂຕ​ນິກນີ້.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສະຫຼອງ​​ຖານຂໍ້​ມູ​ນເອ​ເລັກ​ໂຕ​ນິກ​ປະ​ກັນ​ສັງ​ຄົມ ຫ​ວຽດ​ນາມ, ວັນ​ທີ 18/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ:

        “ນີ້​ແມ່ນ​ບັນ​ດາ​ເສົາ​ຄ້ຳ​​ຕົ້ນ​ຕໍຂອງ​​ປະ​ກັນ​ສັງ​ຄົມ ແລະ ກໍ່​ແມ່ນ​ບັນ​ດາ​ເສົາ​ຄ້ຳ​ຕົ້ນ​ຕໍ​ຂອງ​ເຄືອ​ຂ່າຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ເປົ້າ​ໝາຍ​ຮັບ​ໃຊ້​ໃຫຍ່ຫຼວງ​ທີ່​ສຸດດ້ວຍ 65 ລ້ານ​ຄົນ​ມີ​ບັດ​ປະ​ກັນ​ສຸ​ຂະ​ພາບ, 12 ລ້ານ​ຄົນ​ມີ​ບັດ​ປະ​ກັນ​ສັງ​ຄົມ, 10 ລ້ານ​ຄົ​ນ​ມີ​ບັດ​ປະ​ກັນ​ວ່າງ​ງານ. ເປົ້າ​ໝາຍ​ຄ້​ຸມ​ຄອງ ແລະ ຮັບ​ໃຊ້​ແມ​່ນ​ໃຫຍ່ຫຼວງ​ທີ່​ສຸດ​ເຊິ່ງ​ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍນີ້​ເປັນ​ຢ່າງ​ດີ. ນີ້​ແມ່ນ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ​ເພື່ອເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.”


ຂ່າວ/ບົດ​ອື່ນ