ເປີດສະຫຼອງຫໍພິພິດ ທະພັນວັດທະນະທຳ ຊົນເຜົ່າບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້

ເປີດສະຫຼອງຫໍພິພິດ ທະພັນວັດທະນະທຳ ຊົນເຜົ່າບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູດຶກ​ດາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 30/11, ຢູ່​ນະຄອນຫຼວງຮ່າ​ໂນ້ຍ, ສະຫຼອງຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ​ໄດ້​ຈັດ​ພິທີ​ເປີດ​​ຫໍພິພິດທະພັນ​​ວັດທະນະທຳບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແຫ່ງ​ທຳ​ອິດຢູ່​ຫວຽດນາມ.

        ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູດຶກ​ດາມ ຖື​ວ່າ, ​ເຖິງ​ວ່າຂອບ​ຂະໜາດ​ຍັງ​ຖືກ​ຈຳກັດ​ກໍ່ຕາມ, ​ແຕ່​ຫໍພິພິດທະພັນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈະ​ລະດົມ​ກຳລັງ​ໃຈ​ໃຫ້​ແກ່​ການພົວພັນແລກປ່ຽນວັດທະນະທຳ, ບໍ່​ພຽງ​ແຕ່​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ແລກປ່ຽນ​ກັບ​ບັນດາ​ພື້ນຖານ​ວັດທະນະທຳ​ອື່ນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ອີກ​ດ້ວຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶດດາມ ສະ​ເໜີ​ໃຫ້ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ສືບ​ຕໍ່​ສ້າງ​ໃຫ້​ສົມບູນ​ແບບ ​ແລະ ພັດທະນາຫໍພິພິດທະພັນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຢ່າງບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ມີ​ຂໍ້​ລິ​ເລີ່​ມຕ່າງໆ, ​ເຄື່ອນ​ໄຫວ​ຢ່າງ​​ແທດ​ຈິງ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ ​ເຈົ້າ​ໃຈ​ຕື່​ມກ່ຽວ​ກັບ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ກໍ່​ຄື​ນຳ​ມາ​ເຊິ່ງຄວາມ​ງາມ​ຂອງ​ພື້ນຖານ​ວັດທະນະທຳ​ຫວຽດນາມ ​ເຖິງ​ປະຊາຊົນ​ບັນດາ​ປະ​ເທດ. ຫໍພິພິດທະ​ພັນ​ດັ່ງກ່າວເປີດ​ປະ​ຕູ​ຮັບ​ໃຊ້​ມະ​ຫາ​ຊົນ​ແຕ່​ວັນ​ທີ 01/12.

ຂ່າວ/ບົດ​ອື່ນ