ເປີດສະຫຼອງຫ້ອງກວດສູດຕິເວດທຳອິດຂອງໂຮງໝໍພາກສະໜາມ ຫວຽດນາມ ຢູ່ ຊູດັງໃຕ້

(VOVWORLD) -ການສ້າງຫ້ອງກວດດັ່ງກ່າວແມ່ນເພື່ອແນໃສ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງໝູ່ຄະນະແພດໝໍຂອງໂຮງໝທີ່ມີຕໍ່ແມ່ຍິງ
ເປີດສະຫຼອງຫ້ອງກວດສູດຕິເວດທຳອິດຂອງໂຮງໝໍພາກສະໜາມ ຫວຽດນາມ ຢູ່ ຊູດັງໃຕ້ - ảnh 1ພິທີເປີດສະຫຼອງຫ້ອງກວດສູດຕິເວດ
(ພາບ: nld.com.vn)

ກົມຮັກສາສັນຕິພາບ ຫວຽດນາມ, ກະຊວງປ້ອງກັນປະເທດ, ໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້, ຢູ່ Bentiu (ຊູດັງໃຕ້), ໂຮງໝໍພາກສະໜາມຊັ້ນ 2 ເລກ 4 ຂອງ ຫວຽດນາມ ທີ່ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານ UNMISS ໄດ້ເປີດສະຫຼອງຫ້ອງກວດສູດຕິເວດ ແລະ ປຸກລະດົມລາຍການເຄື່ອນໄຫວ “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບຂອງແມ່ຍິງ”. ນີ້ແມ່ນຫ້ອງກວດສູດຕິເວດແຫ່ງທຳອິດໄດ້ສ້າງຂຶ້ນຢູ່ໂຮງໝໍພາກສະໜາມຂອງ ຫວຽດນາມ ໃນຕະຫຼອດ 4 ອາຍຸການທີ່ຜັນຂະຫຍາຍຢູ່ຄະນະປະຕິບັດງານ UNMISS (ຊູດັງໃຕ້).

        ຕາມທ່ານພັນຕີ ຫວູມິງເຢືອງ, ຫົວໜ້າໂຮງໝໍພາກສະໜາມຊັ້ນ 2 ເລກ 4 ແລ້ວ, ການສ້າງຫ້ອງກວດດັ່ງກ່າວແມ່ນເພື່ອແນໃສ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງໝູ່ຄະນະແພດໝໍຂອງໂຮງໝທີ່ມີຕໍ່ແມ່ຍິງ, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີບົດບາດ, ທີ່ຕັ້ງຂອງແມ່ຍິງໃນວິວັດທະນາການສັນຕິພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ