ເປີດໂຮງໝໍຫຼາຍຂະແໜງນະຄອນ ເກີນເທີ
ໂຮງໝໍຫຼາຍຂະແໜງນະຄອນ ເກີນເທີ ປະກອບດ້ວຍ 500 ຕຽງນອນຄົນເຈັບ (ພາບ:baocantho)
|
(vovworld)- ພິທີເປີດໂຮງໝໍຫຼາຍຂະແໜງນະຄອນ ເກີນເທີ ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 21/9 ຢູ່ນະຄອນ ເກີນເທີ. ໂຮງໝໍຫຼາຍຂະແໜງນະຄອນ ເກີນເທີ ປະກອບດ້ວຍ 500 ຕຽງນອນຄົນເຈັບ, ມີ 23 ພະແນກ ແລະ 8 ຂະແໜງປິ່ນປົວ. ໂຮງໝໍຫຼາຍຂະແໜງນະຄອນ ເກີນເທີ ເມື່ອນຳເຂົ້າເຄື່ອນໄຫວ ຈະສາມາດຕອບສະໜອງເງື່ອນໄຂດ້ານພື້ນຖານວັດຖຸໃໝ່, ມີພາຫະນະອຸປະກອນການແພດທີ່ທັນສະໄໝ ພ້ອມກັບຖັນແຖວແພດໝໍມີລະດັບວິຊາຊີບສູງ, ປະກອບສ່ວນຍົກສູງຄຸນນະພາບການເບິ່ງແຍງ, ຮັກສາສຸຂະພາບໃຫ້ແກ່ຊາວນະຄອນເກີນເທີເວົ້າສະເພາະ ກໍຄືປະຊາຊົນຢູ່ເຂດທົງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມເວົ້າລວມ.