ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

(VOVWORLD) - ປີ 2025, ຫວຽດນາມ ຢືນອັນດັບທີ 46 ກ່ຽວກັບດັດຊະນີຄວາມຜາສຸກທົ່ວໂລກ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.
ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ - ảnh 1ພິທີໄຂວັນບຸນ ຫວຽດນາມ ຜາສຸກ 2025
(ພາບ: VGP)

        ຕອນເຊົ້າວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີໄຂວັນບຸນ ຫວຽດນາມ ຜາສຸກ 2025. ນີ້ແມ່ນຄັ້ງທຳອິດທີ່ວັນບຸນ ຫວຽດນາມ ຜາສຸກ ໄດ້ຈັດຂຶ້ນ. ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ສະຖານີໂທລະພາບ ຫວຽດນາມ ແລະ ສະມາຄົມນັກຖ່າຍຮູບ ຫວຽດນາມ ຈັດຂຶ້ນ.

        ເຂດວາງສະແດງໃນເຫດການປີນີ້ໄດ້ຈັດຢູ່ອ້ອມໜອງ ໂຮ່ເກືອມ, ລວມມີ ງານວາງສະແດງ ຫວຽດນາມ ຜາສຸກ, ຢູ່ເຂດອະນຸສາວະລີ ລີທາຍໂຕ ມີຕົ້ນໄມ້ຜາສຸກ, ບ່ອນທີ່ຮັບເອົາບັນດາຄວາມຄາດຫວັງ ແລະ ຄວາມໄຝ່ຝັນທັງໝົດ. ຈຸດເດັ່ນຂອງວັນບຸນແມ່ນ ພິທີແຕ່ງງານຂອງ 80 ຄູ່ບາວສາວທີ່ຈັດຂຶ້ນພ້ອມກັນ ດ້ວຍຫົວຂໍ້ “ວັນຮ່ວມຄູ່ - ຄວາມຮັກແມ່ນຄວາມຜາສຸກ” ເປັນສັນຍາລັກໃຫ້ການເດີນທາງ 80 ປີແຫ່ງວັນ “ເອກະລາດ - ເອລີພາບ - ຄວາມຜາສຸກ”.

        ພິທີມອບລາງວັນສື່ມວນຊົນກ່ຽວກັບສິດທິມະນຸດ “ຫວຽດນາມ ຜາສຸກ 2025” ເຊີດຊູບັນດາພາບຖ່າຍ ແລະ ຄຼິບ ທີ່ສົ່ງແຮງບັນດານໃຈກ່ຽວກັບຄວາມຜາສຸກ ຫວຽດນາມ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ. ປີ 2025, ຫວຽດນາມ ຢືນອັນດັບທີ 46 ກ່ຽວກັບດັດຊະນີຄວາມຜາສຸກທົ່ວໂລກ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ