ເປັນຄັ້ງທຳອິດທີ່ໝາກລີ້ນຈີ່ຂອງຫວຽດນາມໄດ້ສົ່ງອອກເຖິງຕະຫຼາດຝຣັ່ງ

ເປັນຄັ້ງທຳອິດທີ່ໝາກລີ້ນຈີ່ຂອງຫວຽດນາມໄດ້ສົ່ງອອກເຖິງຕະຫຼາດຝຣັ່ງ - ảnh 1

(vovworld) - ໝາກ​ລີ້ນ​ຈີ່ສົດ ງວດ​ທຳ​ອິດ​ດ້ວຍ​ປະ​ລິ​ມານ 500 ​ກີ​ໂລ​ກາມ ໂດຍສະ​ຫະ​ກອນ ບີ່ງ​ມິງ, ເມືອງ ລຸກ​ງ້ານ, ແຂວງ ບັກ​ຢາງ ສະ​ໜອງ​ຈະ​ໄດ້​ບໍ​ລິ​ສັດ​ການ​ບິນ Vietnam Arilines ສົ່​ງ​ໄປເຖິງ ປາ​ຣີ ໃນ​ຕອນ​ເຊົ້າ​ວັນ​ທີ 4/6. ​ທີ່​ປຶກ​ສາ​ດ້ານ​ການ​ຄ້າ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ຫງວຽນ​ແກ໋ງ​ເກື່ອງ ໃຫ້​ຮູ້​ວ່າ: ແນວ​ຄວາມ​ຄິດ​ສົ່ງ​ໝາກ​ລີ້ນ​ຈີ່ ຫວຽດ​ນາມ ໄປ​ຂາຍ​ຢູ່ ຝ​ຣັ່ງ ໂດຍອົງ​ການ​ການ​ຄ້າ​ຜັນ​ຂະ​ຫຍາຍ​ເກືອບ​ໜຶ່ງ​ປີ​ມານີ້. ກ່ອນ​ອື່ນ​ໝົດ, ໃນ​ປີ 2015, ໝາກ​ລີ້ນ​ຈີ່ ຫວຽດ​ນາມ ຈະ​ມີ​​ຂາຍ​ຢູ່​ຕະຫຼາດ ຝ​ຣັ່ງ​ຜ່ານ​ລະ​ບົບ​ຈຳ​ໜ່າຍ​ຂອງ​ຮ້ານ​ຊັບ​ພະ​ສິນ​ຄ້າ ແທງ​ບີ່ງ Jeune, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ສົ່ງ​ອອກ ນຳ​ເຂົ້າ​ສິນ​ຄ​້າ ຫວຽດ​ນາມ ຢູ່ ຝ​ຣັ່ງ, ດ້ວຍ​ບັນ​ດາ​ເຄືອ​ຂ່າຍ​​ຮ້ານ​ຄ້າຢູ່ ປາ​ຣີ ແລະ Lyon. ນອກ​ຈາກ​ທາງ​ການ​ບິນ​ແລ້ວ, ຄາດ​ວ່າ​ບໍ​ລິ​ສັດ​ຈະ​ຂ​ົນ​ສົ່ງ​ໝາກ​ລີ້ນຈີ່​ດ້ວຍຂອບ​ຂະ​ໜາດ​ໃຫຍ່​​ໄປ​ທາງ​ເດີນ​ທະ​ເລ ຖ້າ​ຫາກ​ວ່າ​ມີ​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ​ສາ​ມາດ​ຮັບ​ປະ​ກັນ​ຄຸນນ​ະ​ພາບ​ຂອງ​ໝາກ​ລີ້ນ​ຈີ​ສົດ​​ໄວ້​ໄດ້ໃນ​ເວ​ລາ 5 ອາ​ທິດ ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄ່າ​ຂົນ​ສົ່ງ. ​ຄາດ​ວ່າ, ຍອດ​​ປະ​ລິ​ມານ​ໝາກ​ລີ້ນ​ຈີ່​ສົດ​ທີ່​ຈະ ໄດ້​ສົ່ງ​ໄປ​ຂາຍ​ຢູ່ ຝ​ຣັ່ງ ໃນ​ປີນີ້​ແມ່ນ 8 ໂ​ຕ່ນ.


ຂ່າວ/ບົດ​ອື່ນ